ລັດຖະມົນຕີການຕ່າງປະເທດ 4 ປະເທດເຫັນດີ ຈັດກອງປະຊຸມກຸ່ມປະຕິບັດງານກ່ຽວກັບຢູແກຼນ ໂດຍໄວ້
ລັດຖະມົມຕີການຕ່າງປະເທດເຢຍລະມັນ, ລັດເຊຍ, ຝລັ່ງ, ຢູແກຼນ
(ພາບ: AFP/TTXVN)
(vovworld) – ວັນທີ 02/01, ລັດຖະມົມຕີການຕ່າງປະເທດເຢຍລະມັນ, ລັດເຊຍ, ຝລັ່ງ, ຢູແກຼນ ໄດ້ມີການໂອ້ລົມສົນທະນາທາງໂທລະສັບ 4 ຝ່າຍ, ເພື່ອປຶກສາຫາລືກ່ຽວກັບມາດຕະການສັນຕິພາບໃຫ້ສະພາບການຢູ່ພາກຕາເວັນອອກຢູແກຼນ. ຈຸດສຸມຂອງການໂອ້ລົມສົນທະນານີ້ກ່ຽວກັບບັນດາບາດກ້າວຕໍ່ໄປ ແນໃສ່ປະຕິບັດຂໍ້ຕົກລົງ Minsk.
ບັນດາລັດຖະມົນຕີການຕ່າງປະເທດ ໄດ້ເຫັນດີຕ້ອງດຳເນີນການພົບປະຂອງກຸ່ມດັ່ງກ່າວ (ຊິ່ງລວມມີ ຢູແກຼນ, ກຳລັງທ່ວງເອົາແຍກຕົວເປັນເອກະລາດຢູ່ພາກຕາເວັນອອກ ຢູແກຼນ ໂດຍເປັນຄົນກາງຂອງລັດເຊຍ ແລະ ອົງການປ້ອງກັນຄວາມສະຫງົບ ແລະ ຮ່ວມມືເອີລົບ OSCE) ໃນເວລາໄວສຸດ, ພ້ອມທັງເຫັນດີຈະສືບຕໍ່ບັນດາຄວາມມານະພະຍາຍາມຊອກຫາມາດຕະການສັນຕິພາບໃຫ້ວິກິດການຢູ່ຢູແກຼນ.