ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດອາເມລິກາຈະມາຢ້ຽມຢາມຫວຽດນາມ
ທ່ານນາງ Rose Gottemoeller
(ພາບ: uacrisis.org)
|
(vovworld) - ແຈ້ງການໃນວັນທີ 25/2 ຂອງຫ້ອງການໂຄສົກກະຊວງການຕ່າງປະເທດ ອາເມລິກາ ໃຫ້ຮູ້ວ່າ: ການຢ້ຽມຢາມ ຫວຽດນາມ ຂອງທ່ານລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ອາເມລິກາ ຮັບຜິດຊອບການຄຸ້ມຄອງອາວຸດ ແລະ ປ້ອງກັນຄວາມສະຫງົບສາກົນ, ທ່ານນາງ Rose Gottemoeller ຈະດຳເນີນໄປແຕ່ວັນທີ 1 – 3/3. ໃນ 2 ມື້ທຳອິດຂອງການຢ້ຽມຢາມ, ທ່ານນາງຈະໄປຍັງ ກວາງຈີ້ ເພື່ອຊອກຫາໝາກຜົນຂອງໂຄງການຮ່ວມມືສຳຫຼວດ, ເກັບກູ້ລູກລະເບີດບໍ່ທັນແຕກ ແລະ ວັດຖຸລະເບີດ (UXO) ທີ່ຍັງຕົກຄ້າງໃນປາງສົງຄາມ, ພົບປະກັບວົງການເຈົ້າໜ້າທີ່ທ້ອງຖິ່ນ ແລະ ຜູ້ຕາງໜ້າບັນດາອົງການບໍ່ຂຶ້ນກັບລັດຖະບານ (NGO). ວັນທີ 3/3, ທ່ານນາງ Gottemoeller ໄດ້ມາ ຮ່າໂນ້ຍ ພົບປະກັບການນຳ ຫວຽດນາມ ບາງທ່ານເພື່ອແລກປ່ຽນກ່ຽວກັບເລື່ອງ ສະເຫຼີມສະຫຼອງ 20 ປີແຫ່ງຮັບສ້າງການພົວພັນເປັນປົກກະຕິ, ຮ່ວມມືປ້ອງກັນຄວາມສະຫງົບ 2 ຝ່າຍ, ຄວາມໝັ້ນຄົງຢູ່ພາກພື້ນ, ຄວາມໝັ້ນຄົງການເດີນເຮືອ ແລະ ບັນດາບັນຫາກ່ຽວຂ້ອງເຖິງກອງປະຊຸມກວດກາສັນຍາບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ (NPT RevCon).
ນອກຈາກ ຫວຽດນາມ ແລ້ວ, ທ່ານນາງລັດຖະມົນຕີຊ່ວຍວ່າການ Gottemoeller ຈະໄປຍັງ 3 ປະເທດຢູ່ ອາຊີ - ປາຊີຟິກ ແມ່ນ ຟີລິບປິນ, ອົດສະຕາລີ ແລະ ນິວຢີແລນ. ການຢ້ຽມຢາມຈະແກ່ຍາວເປັນເວລາ 13 ມື້, ເລີ່ມແຕ່ວັນທີ 27/2.