ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດອາເມລິກາໄປຈີນເພື່ອປຶກສາຫາລືບັນຫາປ້ອງກັນຄວາມສະຫງົບໃນພາກພື້ນ
ທ່ານລັດຖະມົນຕີຊ່ວຍວ່າການກະຊວງ
ການຕ່າງປະເທດອາເມລິກາ Antony Blinken
(ພາບປະກອບ)
(vovworld) – ວັນທີ 21/01, ທ່ານລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດອາເມລິກາ Antony Blinken ໄດ້ໄປເຖິງປັກກິງ, ປະເທດຈີນ ເພື່ອປຶກສາຫາລືກັບອົງການເຈົ້າໜ້າທີ່ປະເທດນີ້ກ່ຽວກັບບັນດາວິທີການປົກປັກຮັກສາຄວາມສະຫງົບພາຍໃນພາກພື້ນ ພາຍຫຼັງການທົດລອງນິວເຄຼຍ ຂອງສປປ.ເກົາຫຼີ ແລະ ການເລືອກຕັ້ງຜູ້ນຳໜ້າໄຕຫວັນ (ຈີນ). ກ່າວຄຳເຫັນໃນການພົບປະກັບຄູ່ຕຳແໜ່ງຈີນ ຈາງເຢີຍຊວຍ, ທ່ານ Blinken ຖືວ່າ ນີ້ແມ່ນຈຸດເວລາສຳຄັນທີ່ສຸດ ເພື່ອແກ້ໄຂບາງບັນຫາໃນຕໍ່ໜ້າ ເຊິ່ງທັງ 2 ຝ່າຍຕ່າງມີຄວາມສົນໃຈ. ໃນການຢ້ຽມຢາມປັກກິງ ເປັນເວລາ 2 ວັນ, ທ່ານ Blinken ຄາດຈະພົບປະກັບທ່ານຫົວໜ້າຫ້ອງການບັນດາບັນຫາໄຕຫວັນ ຂຶ້ນກັບສະພາຜູ້ແທນປະຊາຊົນຈີນ ຈາງຈືຈີນ. ທ່ານ Blinken ແມ່ນເຂົ້າໜ້າທີ່ການທູດຂັ້ນສູງສຸດຂອງອາເມລິກາ ມາຢ້ຽມຢາມຈີນ ນັບແຕ່ເມື່ອສປປ.ເກົາຫຼີ ດຳເນີນການທົດລອງນິວເຄຼຍ ໃນວັນທີ 06/01.