ລັດຖະມົນຕີຍີ່ປຸ່ນ 2 ທ່ານໄດ້ໄປໄວ້ອາໄລ ຢູ່ວິຫານ Yasukuni
ທ່ານນາງລັດຖະມົນຕີກະຊວງພາຍໃນ ແລະ ຖະແຫຼງຂ່າວຍີ່ປຸ່ນ Sanae Takaichi
ໄປໄວ້ອາໄລຢູ່ວິຫານ Yasukuni
(ພາບ: AFP)
(vovworld) – ວັນທີ 18/10, ທ່ານນາງລັດຖະມົນຕີກະຊວງພາຍໃນ ແລະ ຖະແຫຼງຂ່າວຍີ່ປຸ່ນ Sanae Takaichi ແລະ ທ່ານປະທານຄະນະກຳມະການຄວາມປອດໄພສາທາລະນະແຫ່ງຊາດ Eriko Yamatani ພ້ອມກັນໄປໄວ້ອາໄລຢູ່ວິຫານ Yasukuni ຢູ່ໂຕກຽວ ເນື່ອງໃນໂອກາດງານບຸນລະດູໃບໃມ່ຫຼົ່ນ. ນີ້ແມ່ນບັນດາລັດຖະມົນຕີຄົນທຳອິດໃນຄະນະລັດຖະບານຂອງທ່ານນາຍົກລັດຖະມົນຕີ Shinzo Abe ມາໄວ້ອາໄລຢູ່ວິຫານ ທີ່ເກີດຄວາມໂຕະຖຽງກັນຫຼາຍຢ່າງດັ່ງກ່າວ. ບັນດາການຢ້ຽມຢາມດຳເນີນໄປພາຍຫຼັງສະມາຊິກສະພາແຫ່ງຊາດຍີ່ປຸ່ນ 100 ທ່ານໄປໄວ້ອາໄລຢູ່ວິຫານນີ້ພຽງ 1 ວັນ ແລະ ທ່ານນາຍົກລັດຖະມົນຕີ Shinzo Abe ໄດ້ສົ່ງເຄື່ອງຂອງໄວ້ອາໄລຢູ່ວິຫານດັ່ງກ່າວ. ບັນດາການເຄື່ອນໄຫວດັ່ງກ່າວໄດ້ຮັບການຄັດຄ້ານຢ່າງແຮງຈາກສ.ເກົາຫຼີ ແລະ ຈີນ. ເຊີອູນ ຖືນີ້ແມ່ນການກະທຳທີ່ບໍ່ເມີນເສີຍເຖິງການຕຳນິຕິຕຽນຂອງບັນດາປະເທດບ້ານໃກ້ເຮືອງຄຽງ ແລະ ປະຊາຄົມສາກົນ. ສ່ວນໂຄສົກະຊວງການຕ່າງປະເທດຈີນ ຮົ່ງເລີຍ ຮຽກຮ້ອງໃຫ້ຍີ່ປຸ່ນ ແກ້ໄຂບັນຫາຢ່າງສົມເຫດສົມຜົນ ດ້ວຍທ່າທີ່ມີຄວາມຮັບຜິດຊອບ, ເຄົາລົບບັນດາຄຳໝັ້ນສັນຍາກ່ຽວກັບບັນດາບັນຫາປະຫວັດສາດ.