ລັດ​ຖະ​ມົ​ນ​ຕີ​ບັນ​ດາ​ປະ​ເທດ G7 ອອກ​ຖະ​ແຫຼງ​ການ​ຮ່ວມ ກ່າວ​ປະ​ນາມການ​ໃຊ້​ຄວາມ​ຮຸນ​ແຮງ ​ຕໍ່​ບັນ​ດາ​ຜູ້​ແຫ່​ຂະ​ບວນ​ປະ​ທ້ວງ​ຢູ່ ມຽນ​ມາ

(VOVWORLD) - ລັດຖະມົນຕີການຕ່າງປະເທດບັນດາປະເທດ ກຸ່ມ G7 ໄດ້ອອກຖະແຫຼງການຮ່ວມ ກ່າວປະນາມການໃຊ້ຄວາມຮຸນແຮງຕໍ່ບັນດາຜູ້ແຫ່ຂະບວນປະທ້ວງຢູ່ ມຽນມາ.
ລັດ​ຖະ​ມົ​ນ​ຕີ​ບັນ​ດາ​ປະ​ເທດ G7 ອອກ​ຖະ​ແຫຼງ​ການ​ຮ່ວມ ກ່າວ​ປະ​ນາມການ​ໃຊ້​ຄວາມ​ຮຸນ​ແຮງ ​ຕໍ່​ບັນ​ດາ​ຜູ້​ແຫ່​ຂະ​ບວນ​ປະ​ທ້ວງ​ຢູ່ ມຽນ​ມາ - ảnh 1ຜູ້ແຫ່ຂະບວນປະທ້ວງຄັດຄ້ານການກໍ່ລັດຖະປະຫານຢູ່ Yangon, ມຽນມາ ໃນວັນທີ 22 ກຸມພາ (ພາບ: REUTERS)

ວັນທີ 23 ກຸມພາ, ລັດຖະມົນຕີການຕ່າງປະເທດບັນດາປະເທດ ກຸ່ມ G7 ໄດ້ອອກຖະແຫຼງການຮ່ວມ ກ່າວປະນາມການໃຊ້ຄວາມຮຸນແຮງຕໍ່ບັນດາຜູ້ແຫ່ຂະບວນປະທ້ວງຢູ່ ມຽນມາ. ຖະແຫຼງການດັ່ງກ່າວ ຮຽກຮ້ອງໃຫ້ກອງທັບ ແລະ ຕຳຫຼວດ ມຽນມາ ຈົ່ງລະງັບໃຈ ແລະ ເຄົາລົບສິດທິມະນຸດ ແລະ ກົດໝາຍສາກົນ. ພ້ອມທັງຖືວ່າ ການຍິງລູກປືນແທ້ ເພື່ອຕ້ານຄືນປະຊາຊົນທີ່ບໍ່ປະກອບອາວຸດນັ້ນ ແມ່ນບໍ່ອາດຍອມຮັບໄດ້ ແລະ ບໍ່ວ່າຜູ້ໃດທີ່ໃຊ້ຄວາມຮຸນແຮງເພື່ອຮັບມືກັບການແຫ່ຂະບວນປະທ້ວງເພື່ອສັນຕິພາບນັ້ນ ຈະຕ້ອງຮັບຜິດຊອບ. ລັດຖະມົນຕີບັນດາປະເທດໃນ ກຸ່ມ G7 ກໍກ່າວປະນາມການນາບຂູ່ ແລະ ປາບປາມຜູ້ທີ່ຄັດຄ້ານການກໍ່ລັດຖະປະຫານຢູ່ ມຽນມາ, ພ້ອມທັງຮຽກຮ້ອງໃຫ້ຍົກເລີກສະພາວະສຸກເສີນຢູ່ປະເທດນີ້.

                  ຖະແຫຼງການຮ່ວມໄດ້ຢັ້ງຢືນວ່າ ບັນດາປະເທດ G7 ກ່າວປະນາມການກໍ່ລັດຖະປະຫານຢູ່ ມຽນມາ ແລະ ຮຽກຮ້ອງໃຫ້ສົ່ງຄວາມເສລີໃຫ້ແກ່ຜູ້ຖືກກັກຂັງໂດຍທັນທີ; ຖະແຫຼງການດັ່ງກ່າວກໍຢັ້ງຢືນວ່າ ຈະສືບຕໍ່ສະໜັບສະໜູນປະຊາຊົນ ມຽນມາ ໃນຄວາມມະນາພະຍາຍາມຊອກຫາປະຊາທິປະໄຕ ແລະ ເສລີພາບ.

ນັກຂ່າວ VOV ປະຈຳ ອາເມລິກາ.


 

ຕອບກັບ

ຂ່າວ/ບົດ​ອື່ນ