ລັດຖະມົນຕີປ້ອງກັນປະເທດຫວຽດນາມຕ້ອນຮັບລັດຖະມົນຕີຮັບຜິດຊອບດ້ານປ້ອງກັນຊາດອາຟຣິກກາໃຕ້

ລັດຖະມົນຕີປ້ອງກັນປະເທດຫວຽດນາມຕ້ອນຮັບລັດຖະມົນຕີຮັບຜິດຊອບດ້ານປ້ອງກັນຊາດອາຟຣິກກາໃຕ້ - ảnh 1
ທ່ານ​ພົນ​ເອກ ຟູ່ງກວາງ​ແທງ ຕ້ອນຮັບ ​ທ່ານ S.M Gulube
(ພາບ: HongPha)

(vovworld) – ​ຕອນ​ບ່າຍ​ວັນ​ທີ 17/11, ຢູ່​ຮ່າ​ໂນ້ຍ, ທ່ານ​ພົນ​ເອກ ຟູ່ງກວາງ​ແທງ, ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ S.M Gulube, ລັດຖະມົນຕີ​ຮັບຜິດຊອບ​ດ້ານ​ປ້ອງ​ກັນຊາ​ດ ອາ​ຟຣິກກາ​ໃຕ້, ​ເນື່ອງ​ໃນ​ໂອກາດ​ມາ​ເຂົ້າ​ຮ່ວມ​ການ​ສົນທະນາ​ກ່ຽວ​ກັບ​ນະ​ໂຍບາຍ​ປ້ອງ​ກັນຊາ​ດ ຫວຽດນາມ - ອາ​ຟຣິກກາ​ໃຕ້ ຄັ້ງ​ທີ 1. ທີ່​ການ​ຕ້ອນຮັບ, ທ່ານ​ພົນ​ເອກ ຟູ່ງກວາ​ງ​ແທງ ຕີ​ລາຄາ​ສູງ ອາ​ຟຣິກາ​ໃຕ້, ດ້ວຍ​ບົດບາດນຳ​ໜ້າ​ຢູ່ ທະວີບອາ​ຟຣິກກາ​, ​ໃນ​ການ​ຮັບປະກັນ​ສະພາບ​ແວດ​ລ້ອມ​​ແຫ່ງສັນຕິພາບ, ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ. ທ່ານ​ພົນ​ເອກ ຟູ່ງກວາງ​ແທງ ​ເນັ້ນ​ໜັກ​ວ່າ: ການ​ຢ້ຽມຢາມ ຫວຽດນາມ ​ໃນ​ຄັ້ງ​ນີ້​ຂອງ​ຄະນະ​ຜູ້​ແທນ​ ແມ່ນບາດກ້າວ​ໜຶ່ງ​ສຳຄັນ ​ເພື່ອ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ຫລາຍ​ດ້ານ​ລະຫວ່າງ ຫວຽດນາມ ​ແລະ ອາ​ຟຣິກກາ​ໃຕ້, ພິ​ເສດ​ໃນ​ຂົງ​ເຂດ​ປ້ອງ​ກັນຊາ​ດ. ສ່ວນ​ທ່ານ S.M Gulube ​ເນັ້ນ​ໜັກ​ວ່າ: ຄວາມ​ສາມາດ​ບົ່ມ​ຊ້ອນ​​ໃນການ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດຂອງ 2 ຝ່າຍ​ຍັງ​ໃຫຍ່​ຫລວງຢູ່. ​ໃນ​ໄລຍະ​ຈະ​ມາ​ເຖິງ, ນອກຈາກ​ບັນດາ​ຂົງ​ເຂດ​ໄດ້ຮັບ​ການ​ເຫັນ​ດີ​ນຳ​ກັນ​ທີ່​ການ​ສົນທະນາໃນ​ຕອນ​ເຊົ້າວັນ​ທີ 17/11, ອາ​ຟຣິກກາ​ໃຕ້ ປາດ​ຖະໜາ​ຢາກ​ໄດ້​ແບ່ງປັນບົດຮຽນ​ກັບ ຫວຽດນາມ ກ່ຽວ​ກັບ​ການ​ປົກ​ປັກ​ຮັກສາ​ຄວາມ​ໝັ້ນຄົງ​ປອດ​ໄພ​ໃນການ​ເດີນ​ທະ​ເລ.

 

ຂ່າວ/ບົດ​ອື່ນ