ລັດຖະມົນຕີວ່າການກະຊວງການຕ່າງປະເທດລັດເຊຍ-ອາເມລິກາປຶກສາຫາລືບັນດາບັນຫາສາກົນສຳຄັນ

ລັດຖະມົນຕີວ່າການກະຊວງການຕ່າງປະເທດລັດເຊຍ-ອາເມລິກາປຶກສາຫາລືບັນດາບັນຫາສາກົນສຳຄັນ - ảnh 1
ພາບປະກອບຈາກ AFP

(vovworld) –  ສະພາບ​ການ​ຢູ່ ຊີຣີ, ການ​ປະຕິບັດ​ຂໍ້​ຕົກລົງ​ສັນຕິພາບ Minsk ຢູ່ ຢູ​ແກຼນ, ສະພາບ​ການ​ຢູ່ Liban ​ ​ແລະ ​ເຢ​ເມນ ​ແມ່ນບັນດາ​ຫົວຂໍ້​ຕົ້ນຕໍ​ທີ່ໄດ້​ນຳ​ມາ​ປຶກສາ​ຫາລື​ໃນ​ການ​​ໂອ້​ລົມ​ທາງ​ໂທລະສັບ​ເມື່ອ​ວັນ​ທີ 10/3, ລະຫວ່າງ​ທ່ານລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ລັດ​ເຊຍ Sergei Lavrov ​ແລະ ທ່ານລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ John Kerry. ຕາມ​ກະຊວງ​ການ​ຕ່າງປະ​ເທດ ລັດ​ເຊຍ ​ແລ້ວ, ​ໃນ​ການ​​​ໂອ້​ລົມ​ທາງ​ໂທລະສັບຂໍ້​ລິ​ເລີ່​ມຂອງ ອາ​ເມ​ລິ​ກາ, ​ເຈົ້າ​ໜ້າ​ທີ່ ອ​າ​ເມ​ລິ​ກາ ​ແລະ ລັດ​ເຊຍ 2 ທ່ານສືບ​ຕໍ່​ປຶກ​ສາ​ຫາລື​ລະອຽດບັນດາ​ມາດ​ຕະການ​ເພື່ອ​ແນ​ໃສ່​ແກ້​ໄຂ​ເສິກ​ກາງ​ເມືອງ​ຢູ່ ຊີຣີ ບົນ​ພື້ນຖານ​ບັນດາ​ຕາມຂໍ້​ຕົກລົງ​ຂອງ​ສະພາ​ຄວາມ​ໝັ້ນຄົງ ສປຊ ​ແລະ ການ​ເຄື່ອນ​ໄຫວ​ຂອງ 2 ຝ່າຍ​ດ້ວຍ​ຖານະ​ແມ່ນ​ປະທານ​ກຸ່ມສາກົນ​ທີ່​ສະ​ໜັບສະ​ໜູນ ຊີ​ຣີ. ນອກ​ຈາກ​ນັ້ນ, ການ​ນຳ ລັດ​ເຊ​ຍ ​ແລະ ອາ​ເມ​ລິ​ກາ ຍັງ​​ເຕື້ອງ​ເຖິງ​ບັນດາ​ບັນຫາ​ໜູນ​ຊ່ວຍ​ຄວາມ​ມານະ​ພະຍາຍາມ​ຂອງ ສປຊ ​ເພື່ອ​ແນ​ໃສ່​ຢຸດຕິ​ການ​ປະ​ທະ​ກັນ​ຢູ່ ​ເຢ​ເມນ ​ແລະ ​ເລີ່​ມ​ຕົ້ນ​ການເຈລະຈາ​ຊອກ​ຫາ​ມາດ​ຕະການດ້ານ​ການ​ເມືອງ​ໃຫ້​ແກ່​ປະ​ເທດ​ນີ້. ທ່ານລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ Sergei Lavrov ​ແລະ ຄູ່​ຕຳ​ແໜ່​ງ John Kerry ກໍ​ໄດ້​ປຶ​ກສາ​ຫາລື​ບາງ​ບັນຫາ​ສາກົນ​ອື່ນ​ໆລວມມີ​ສະພາບ​ການ​ຢູ່ Liban ​, ​ການ​ປະຕິບັດ​ຂໍ້​ຕົກລົງ​ສັນຕິພາບ Minsk ຢູ່ ຢູ​ແກຼນ ​ແລະ ບັນດາ​ບັນຫາ​ສະ​ເພາະ​ໃນ​ການ​ພົວພັນ 2 ຝ່າຍ.


ຂ່າວ/ບົດ​ອື່ນ