ລັດຖະມົນຕີວ່າການກະຊວງຕຳຫຼວດໄດ້ຮັບສະເໝີດຳລົງຕຳແໜ່ງປະທານປະເທດ

ລັດຖະມົນຕີວ່າການກະຊວງຕຳຫຼວດໄດ້ຮັບສະເໝີດຳລົງຕຳແໜ່ງປະທານປະເທດ - ảnh 1
(ທ່ານ​ ເຈີນ​ດ້າຍກວາງ ໄດ້​ຮັບ​ສະ​ເໝີ​ດຳ​ລົງ​ຕຳ​ແໜ່ງ​ປະ​ທານ​ປະ​ເທດ)

(vovworld) - ຕາມ​ໃບ​ສະ​ເໜີ​ກ່ຽວ​ກັບ​ບຸກ​ຄະ​ລາ​ກອນ​ເລືອກ​ຕັ້ງເປັນ​ປະ​ທານ​ປະ​ເທດ, ຕອນ​ບ່າຍ​ວັນ​ທີ 31/03, ເລື່ອງ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ຍື່ນ​ສະ​ເໜີສະ​ພາ​ແຫ່ງ​ຊາດ​ພິ​ຈາ​ລະ​ຈາ​ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ຕະ​ຫຼວດ ເຈີນ​ດ້າຍກວາງ ​ຮັບດຳ​ລົງ​ຕຳ​ແໜ່ງ​ປະ​ທານ​ປະ​ເທດ ສ​ສ.ຫວຽດ​ນາມ ແມ່ນ​ອີງ​ໃສ່​ມາດ​ຕາ 74 ລັດ​ຖະ​ທຳ​ທະ​ນູນ​ປີ 2013, ​ມ​າດ​ຕ​າ 8 ກົດ​ໝາຍ​ວ່າ​ດ້ວຍ​​ສະ​ພາ​ແຫ່ງ​ຊາດ, ຂໍ້ 4 ມະ​ຕິ 01 ຂອງ​ຄະ​ນະ​ບໍ​ລິ​ການ​ງານ​ສູນ​ກາງ​ພັກ​ຊຸດ​ທີ 12, ມາດ​ຕາ 31 ຂໍ້​ກຳ​ນົດ​ກອງ​ປະ​ຊຸມ​ສະ​ພາ​ແຫ່ງ​ຊາດ. ພາຍ​ຫຼັງ​ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ​ອ່ານໃບ​ສະ​ເໜີ, ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ໄ​ດ້​ປຶກ​ສາ​ຫາ​ລື​ຢູ່​ຄະ​ນະ​ກ່ຽວ​ກັບ​ເນື້ອ​ໃນ​ນີ້. ສະ​ພາ​ແຫ່ງ​ຊາດ​ຈະ​​ປ່ອນ​ບັດ​ເລືອກ​ຕັ້ງ​ປະ​ທານ​ປະ​ເທດ ​ໃນ​ວາ​ລະ​ປະ​ຊຸມ​ຕອນ​ເຊົ້າ​ວັນ​ທີ 02/04.

        ທ່ານ ເຈ​ີນ​ດ້າຍກວາງ, ເກີດ​ປີ 1956, ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 13. ທ່ານ​ແມ່ນ​ສາດ​ສະ​ດາ​ຈານ, ດ.ຣ ​ດ້​ານກົດ​ໝາຍ, ໄດ້​ຮັບ​ດຳ​ລົງບັນ​ດາ​ຕຳ​ແໜ່ງຄື: ​​ເປັນຫົວ​ໜ້າ​ກົມ​ເສນ​າ​ທິ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ, ​ເປັນຮອງ​ຫົວ​ໜ້າ​ກົມ​ໃຫຍ່​ປ້ອງ​ກັນ​ຄວາມ​ສະ​ຫງົບ, ເປັນ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ຕຳ​ຫຼ​ວດ; ເປັນ​ກຳ​ມະ​ການ​ສູນ​ກາງ​ພັກ​ຊຸດ​ທີ 10, 11, 12, ເປັນ​ກຳ​ມະ​ການ​ກົມ​ການ​ເມືອງ​ຊຸດ​ທີ 11, 12, ເປັນ​ພົນ​ເອກ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ຕຳ​ຫຼວດ.

        ເມື່​ອ​ແລກ​ປ່ຽນ​ກັບ​ສື່ມວນ​ຊົນ​ຢູ່ນອກກອງ​ປະ​ຊຸມ, ທ່ານ ເຈີນ​ຫງອກວິງ, ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດນ​ະ​ຄອ​ນ​ຫາຍ​ຟ່ອງ ຖື​ວ່າ.

        “ພວກ​ຂ້າ​ພະ​ເຂົ້າ​ຕີ​ລາ​ຄາ​ສູງ​ເລື່ອງ​ພັກ ໄດ​້​ແນະ​ນຳ​ທ່ານ ເຈີນ​ດ້າຍກວາງ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ຕະ​ຫຼວດ ​ຮັບ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ປະ​ທານ​ປະ​ເທດ. ພັກ​ໄ​ດ້​ຄົ້​ນ​ຄວ້າ​ຢ່າງ​ລະ​ອຽດ​ທີ່​ສຸດ ແລະ ອີງ​ໃສ່​ລະ​ດັບ​ຄວາມ​ຮູ້, ຄວາມ​ສາ​ມາດ. ສະ​ພາ​ແຫ່ງ​ຊາດ​ແມ່ນ​ຕົວ​ແທນ​ໃຫ້​ຜູ້​ມີ​ສິດ​ເລືອກ​ຕັ້ງ ຈະ​ປ່ອນ​ບັດ​ໄວ້​ວາງ​​ໃຈ​ທ່ານ ເຈີນ​ດ້າຍກວາງ ຮັບ​ດຳ​ລົງ​ຕຳ​ແໜ່ງ​ນັ້ນ. ຂ​້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ, ດ້ວຍ​ການ​​ສະ​ເໜີ​ຂອ​ງ​ພັກ, ສະ​ພາ​ແຫ່ງ​ຊາດ ຈະ​ເລືອ​ກ​ເຟັ້ນ​​ປະ​ທານ​ປະ​ເທດ​ໄດ້”.

        ກ່ອນ​ໜ້າ​ນັ້ນ, ໃນ​ຕອນ​ບ່າຍ, ສະ​ພາ​ແຫ່ງ​ຊາດ​ໄດ້​ປ່ອນ​ບັດ​ພົ້ນ​ຕຳ​ແໜ່ງ​ປະ​ທານ​ປະ​ເທດ​ສຳ​ລັບ​ທ່ານ ເຈືອງ​ເຕີນ​ຊາງ,  ດ້ວຍ​ຈຳ​ນ​ວນ​ບັດ​ເຫັນ​ດີ 90,49%.

ຂ່າວ/ບົດ​ອື່ນ