(ພາບປະກອບ)
(Vovworld)- ວັນທີ 17/12 ທີ່ວາລະປະຊຸມຄົບຄະນະຢູ່ນະຄອນຫຼວງ Strasbourg ປະເທດຝຣັ່ງ, ລັດຖະສະພາເອີລົບ (EP) ໄດ້ຮັບຮອງເອົາມະຕິໃຫ້ສັດຕະຍາບັນສັນຍາຄູ່ຮ່ວມມື ແລະ ຮ່ວມມືຮອບດ້ານ (PCA) ເຊິ່ງໄດ້ຮັບການລົງນາມເມື່ອປີ 2012 ລະຫວ່າງ EU ແລະ ຫວຽດນາມ ຢ່າງເປັນທາງການ, ດ້ວຍບັດເຫັນດີກ່ວາ ¾. ມະຕິໄດ້ຢັ້ງຢືນວ່າ: ພາຍຫຼັງ 25 ປີ ແຫ່ງການສ້າງຕັ້ງການພົວພັນທາງການທູດ, ການຮ່ວມມືລະຫວ່າງ EU ກັບຫວຽດນາມ ໄດ້ຮັບການພັດທະນາຢ່າງວ່ອງໄວ, ຫັນຈາກການແລກປ່ຽນດ້ານການຄ້າ ແລະ ຊ່ວຍເຫຼືອເປັນຕົ້ນໃຫ້ ເປັນການຮ່ວມມື ແລະ ຄູ່ຮ່ວມມືຮອບດ້ານ. ລັດຖະສະພາເອີລົບໄດ້ເນັ້ນໜັກເຖິງການລົງນາມໃນສັນຍາ PCA ກັບຫວຽດນາມ ສະແດງໃຫ້ເຫັນຄວາມສຳຄັນທີ່ສຸດ ທີ່ມີລັກສະນະຍຸດທະສາດຂອງຫວຽດນາມ, ແລະ ເປັນຄູ່ຮ່ວມມືທີ່ສຳຄັນຂອງ EU ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະ ອາຊຽນ. ມະຕິເນັ້ນໜັກວ່າ ສັນຍາ PCA ຈະນຳການພົວພັນ EU - ຫວຽດນາມ ນັບມື້ນັບມີການພັດທະນາຢ່າງເລິກເຊິ່ງ, ກ້ວາງຂວາງ, ເພີ່ມທະວີການຮ່ວມມືຢ່າງແໜ້ນແຟ້ນ ໃນບັນດາຂົງເຂດການຄ້າ, ການລົງທຶນ, ການຮ່ວມມືພັດທະນາ ກໍ່ຄືໃນບັນດາຂົງເຂດສັງຄົມ, ປະຊາທິປະໄຕ, ສິດທິມະນຸດ ແລະ ສົມທົບກັນແກ້ໄຂບັນດາສິ່ງທ້າທາຍສຳລັບພາກພື້ນ ແລະ ໃນໂລກ.
ແລະກໍ່ໃນວັນດຽວກັນ, ສະພາສູງຝຣັ່ງກໍ່ໄດ້ໃຫ້ສັດຕະຍາບັນ ສັນຍາຄູ່ຮ່ວມມື ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ສະຫະພາບເອີລົບ (PCA) ທີ່ວາລະປະຊຸມຢູ່ ປາລີ, ດ້ວຍຄວາມເຫັນດີເຫັນພ້ອມຂອງສະມາຊິກ 100%