ລັດຖະສະພາ ເອີລົບ ຮັບຮອງເອົາຂໍ້ຕົກລົງກັບ ກູບາ

(VOVWORLD) - ດ້ວຍບັດສະໜັບສະໜູນ 57 ບັດ, ບັດຄ້ານ 9 ບັດ ແລະ ບັດຂາວ 2 ບັດ, ວັນທີ 21 ມິຖຸນາ ບັນດາສະມາຊິກລັດຖະສະພາ ເອີລົບ (EP) ໄດ້ຮັບຮອງເອົາຂໍ້ຕົກລົງປຶກສາຫາລືດ້ານການເມືອງ ແລະ ການຮ່ວມມືລະຫວ່າງສະຫະພາບ ເອີລົບ (EU) ແລະ ກູບາ
ລັດຖະສະພາ ເອີລົບ ຮັບຮອງເອົາຂໍ້ຕົກລົງກັບ ກູບາ - ảnh 1

ບັນດາສະມາຊິກລັດຖະສະພາ ເອີລົບ (ພາບ: EPA/TTXVN)

ນີ້ໄດ້ຮັບຖືວ່າ ແມ່ນຂໍ້ຕົກລົງຫັນການພົວພັນ 2 ຝ່າຍເປັນປົກກະຕິ ແລະ ຂໍ້ຕົກລົງສະບັບນີ້ ບັນດາສະມາຊິກລັດຖະສະພາປາດຖະໜາວ່າ ຈະປະກອບສ່ວນເຂົ້າໃນເລື່ອງຊຸກຍູ້ການເຄື່ອນໄຫວດ້ານການຄ້າ 2 ຝ່າຍ, ການເຈລະຈາການເມືອງ ກໍ່ຄືການຮ່ວມມືເສດຖະກິດລະຫວ່າງ 2 ຝ່າຍ. ເພື່ອບັນລຸໄດ້ຜົນສັກສິດຊົ່ວຄາວ, ກ່ອນອື່ນໝົດ ຂໍ້ຕົກລົງດັ່ງກ່າວ ຄວນໄດ້ໃຫ້ສັດຕະຍາບັນຈາກສະພາແຫ່ງຊາດບັນດາປະເທດສະມາຊິກຂອງ EU, ພ້ອມທັງ ລັດຖະສະພາ ເອີລົບ ຕ້ອງຮັບຮອງເອົາຂໍ້ຕົກລົງທີ່ວາລະປະຊຸມຄົບຄະນະ. ຄາດວ່າ ເລື່ອງປ່ອນບັດຈະດຳເນີນໃນເດືອນ ກໍລະກົດ ທີ່ຈະມາເຖິງຢູ່ Strasbourg, ພາກຕາເວັນອອກສ່ຽງເໜືອຂອງ ຝະລັ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ