ລັດອິດສະລາມ IS ຂຶ້ນແຜນສັງຫານນັກຮົບຊາວເຄີດ 17 ຄົນ

 ລັດອິດສະລາມ IS ຂຶ້ນແຜນສັງຫານນັກຮົບຊາວເຄີດ 17 ຄົນ - ảnh 1
ນັກ​ບິນ Kasasbeh ຖືກ​ກຳ​​ລັງ ​ລັດ​ອິດ​ສະ​ລາມ IS ຈຸດ​ເຜົາ​ຕາຍ


(vovworld)- ກຸ່ມ​ກຳ​ລັງ​ລັດ​ອິດ​ສະ​ລາມ IS ຫາ​ກໍ​ນຳ​ເທບ​ບັນ​ທຶກ​ພາບ Video ຂຶ້ນ​ເຄຶືອ​ຂ່າຍ​ອິນ​ເຕ​ີ​ເນັດ ກ່ຽວ​ກັ​ບ​ການ​ພາ​ຕົວ​ນັກ​ຮົບ​ຊາວ​ເຄີດ 17 ຄົນ ແລະ ເບິ່ງ​ຄື​ວ່າ ພວກນີ້​ພວມ​ຂຶ້ນ​ແຜນ​ການ​ສັງ​ຫານ ນັກ​ຮົບ​ຊາວ​ເຄີດຈຳ​ນວນນີ້​ຢ່າງ​ໂຫດ​ຮ້າຍ​ສາ​ມານ. ການ​ກະ​ທຳ​ນີ້​ແມ່ນ​ເພື່ອ​ແກ້​ແຄ້ນ​ຕໍ່​ເລື່ອງ​ກຳ​ລັງ​ຊາວ​ເຄີດ​ໄດ້​ປະ​ຕິ​ບັດ​ປະ​ຫານ​ຊີ​ວິດ​ສຳ​ລັບ​ນັກ​ໂທດ​ຫຼາຍ​ຄົນຊ​ຶ່ງ​ເປັນ​ສະ​ມາ່​ຊິກ​ຂອງ ​ລັດ​ອິດ​ສະ​ລາມ IS. ໃນ​ເທບ​ບັນ​ທຶກ​ພາບ, ບັນ​ດານັກ​ຮົບ​ຊາວ​ເຄີດນຸງ​ຊຸດ​ສີ​ສົ້ມ​ຄື​ຊຸດ​ເຄື່ອງ​ນຸງ​ຂອງ​ນັກ​ບິນ Kasasbeh ຊຶ່ງ​ແມ່ນ​ຕົວ​ປະ​ກັ​ນ​ຖືກ​ກຳ​​ລັງ ​ລັດ​ອິດ​ສະ​ລາມ IS ຈຸດ​ເຜົາ​ຕາຍ​ເມື່ອບໍ່​ດົນ​ມານີ້. ກໍ​ລະ​ນີນີ້​ເກີດ​ຂຶ້ນ​ເມື່ອ​ກຸມ​ກຳ​ລັງ ​ລັດ​ອິດ​ສະ​ລາມ IS ສາ​ມາດ​ຢຶດ​ຄອງ​ເທດ​ສະ​ບານ​ເມືອງ Al – Baghdadi ແຂວງ Anba ພາກ​ຕາ​ເວັນ​ຕົກ ອີ​ຣັກ .

 

 

 

ຂ່າວ/ບົດ​ອື່ນ