ເຮືອບິນ Su 34 (ພາບປະກອບ)
|
(vovworld) – ວັນທີ 1/2, ມົດສະກູ ຖືວ່າ ຄຳກ່າວຫາຂອງ Ankana ກ່ຽວກັບ ເລື່ອງເຮືອບິນລັດເຊຍ ລ່ວງລຳ້ ເຂດນ່ານຟ້າ ຕວກກີ ຖືກຍົກອອກມາໂດຍບໍ່ມີຫຼັກຖານຊັດເຈນໃດໆ ແລະ ແມ່ນການກະທຳເກາະຜິດດ້ວຍການຄິດໄລ່ຊັ່ງຊາລ່ວງໜ້າ. ໃນຖະແຫຼງການໜຶ່ງ, ໂຄສົກກະຊວງປ້ອງກັນປະເທດ ລັດເຊຍ, ພົນຈັດຕະວາ Igor Konashenkov, ຊີ້ແຈ້ງກອງທັບ ລັດເຊຍ ພວມກຳມະສິດວີດີໂອຕອນໜຶ່ງໂດຍຝ່າຍ ຊີຣີ ສະໜອງໃຫ້, ໃນນັ້ນຖ່າຍທຳຮູບພາບປືນໃຫຍ່ຂອງ ຕວກກີ ພວມຍິງເຂົ້າບ້ານແຫ່ງໜຶ່ງຂອງ ຊີຣີ ຢູ່ເຂດຊາຍແດນລະຫວ່າງ 2 ປະເທດ. ຖະແຫຼງການກໍເວົ້າວ່າ, ປະຈຸບັນ, ກະຊວງປ້ອງກັນປະເທດລັດເຊຍ ພວມລໍຖ້າຄຳຕອບຈາກ ຕວກກີ, ອົງການສົນທິສັນຍາປ້ອງກັນອັດລັງຕິກເໜືອ (NATO) ແລະ ກະຊວງປ້ອງກັນປະເທດ ອາເມລິກາ.