ລັດເຊຍກ່າວຫາຝ່າຍຕາເວັນຕົກບໍ່ເຄົາລົບບັນດາພັນທະກ່ຽວກັບຊີຣີ
ທ່ານລັດຖະມົນຕີການຕ່າງປະເທດລັດເຊຍ Sergei Lavrov
(ພາບ: THX/TTXVN)
(vovworld) - ວັນທີ 26/09, ທ່ານລັດຖະມົນຕີການຕ່າງປະເທດລັດເຊຍ Sergei Lavrov ໄດ້ກ່າວຫາບັນດາປະເທດຝ່າຍຕາເວັນຕົກ ບໍ່ເຄົາລົບພັນທະຂອງເຂົ້າເຈົ້າກ່ຽວກັບຊີຣີ. ບັນດາສຳນັກຂ່າວສານ Interfax ແລະ RIA Novosti ຂອງລັດເຊຍ ໄດ້ຄັດຄຳເວົ້າຂອງທ່ານ Lavrov ໂດຍຖືວ່າ, ອາເມລິກາ ຢາກເພີ່ມເຕີມບັນດາເງື່ອນໄຂ ກ່ອນທີ່ປະຕິບັດຂໍ້ຕົກລົງກ່ຽວກັບຊີຣີ, ພ້ອມທັງຢືນຢັນ ລັດເຊຍ ຈະຮຽກຮ້ອງດຳເນີນການສຶບສວນຢ່າງສຸດຂີດ ສຳລັບການບຸກໂຈມຕີທາງອາກາດໃສ່ຂະບວນລົດຂົນສົ່ງເຄື່ອງຊ່ວຍເຫຼືອຂອງສະຫະປະຊາຊາດຢູ່ຊີຣີ.
ແລະກໍໃນວັນດຽວກັນ, ວັງ Kremlin ກໍສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງ ຕໍ່ສະພາບການຢູ່ຊີຣີ, ແຫ່ງທີ່ “ບັນດາພວກກໍ່ການຮ້າຍ” ພວມສວຍໃຊ້ຂໍ້ຕົກລົງຢຸດຍິງ ເພື່ອເຕົ້າໂຮມກຳລັງ ແລະ ປຸກລະດົມບັນດາການບຸກໂຈມຕີຄັ້ງໃໝ່ແນໃສ່ພົນທະຫານຂອງລັດຖະບານຊີຣີ.