ລັດເຊຍກຽມພ້ອມຮັບປະກັນໃຫ້ແກ່ກຳລັງລຸກຮື້ຂຶ້ນ “ຖອນຕົວຢ່າງປອດໄພ”ຢູ່Aleppo

ລັດເຊຍກຽມພ້ອມຮັບປະກັນໃຫ້ແກ່ກຳລັງລຸກຮື້ຂຶ້ນ “ຖອນຕົວຢ່າງປອດໄພ”ຢູ່Aleppo - ảnh 1ພົນ​ຕີ Sergei Rydskoy
(ພາບ: Sputnik/TTXVN)

(vovworld) – ວັນ​ທີ 13/10, ກອງ​ທັບ ລັດ​ເຊຍ ຢັ້ງ​ຢືນ​ວ່າ​ພ້ອມ​​ແລ້ວ​ທີ່​ຈະຮັບ​ປະ​ກັນ​​ຄວາມ​ປອດ​ໄພ​ເພື່ອ​ໃຫ້​ກຳ​ລັງ​ລຸກ​ຮື​້​ຂຶ້ນ​ ຖອນ​ອອກ​ຈາກ​ທາງ​ທິດ​ຕາ​ເວັນ​ອອກ ນະ​ຄອນ Aleppo. ກ່າວ​ຄຳ​ເຫັນ​ໃນ​ການ​ປະ​ຊຸມ​ຂ່າວ​ຢູ່​ມົດ​ສະ​ກູ, ພົນ​ຕີ Sergei Rydskoy, ຫົວ​ໜ້າ​ກົມ​​ການ​ຮົບ​ສັງ​ກັດ​ກອງ​ເສ​ນາ​ທິ​ການ​ໃຫຍ່ ລັດ​ເຊຍ ໄດ້​ເວົ້າ​ວ່າ: “ພວກ​ຂ້າ​ພະ​ເຈົ້າ​​ພ້ອມ​ແລ້ວ​ທີ່​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ໃຫ​້​ກຳ​ລັງ​ລຸກ​ຮື້​ຂຶ້ນ​ຖອ​ນ​ອອກ​ຈ​າກ Aleppo  ກໍ່​ຄື​​ຮັບ​ປະ​ກັນ​ໃຫ​້ບັນ​ດາ​ການ​ເຄື່ອນ​ໄຫວ​ໜູນ​ຊ່ວຍ​ມະ​ນຸດສະ​ທຳ​ຢູ່​ທີ່ນີ້”. ພ້ອມ​ກັນ​ນັ້ນ, ທ່ານ Rydskoy ກໍ່​ໄດ້​​ໃສ່​ໃຈ​ວ່າ ລັດ​ເຊຍ ​ພ້ອມແລ້ວ​ທີ່​ຈະຮັບ​ຟັງ “ທຸກໆ​ຂໍ້​ລິ​ເລີ່ມ ແລະ ຂໍ​້​ສະ​ເໜີ” ​ເພື່ອຊ່ວຍ​ຮັບ​ປະ​ກັນ​ໃຫ້​​ທະ​ຫານ​ລຸກ​ຮື້ນ​ຂຶ້ນ​ຖອນອອກ​ຈາກ Aleppo ຢ່າງ​ປອດ​ໄພ. ຄຽງ​ຄູ່​ກັນ​ນັ້ນ, ນາຍ​ພົນ Rydskoy ໄດ​້​ເນັ້ນ​ໜັກ “ບັນ​ດາ​ເຮືອ​ບິນ​ຂອງ ລັດ​ເຊຍ ​ພຽງ​ແຕ່​ບຸກ​ໂຈມ​ຕີ​ເຂົ້າ​ບັນ​ດາ​ເປົ້າ​ໝາຍ​​ທີ່ໄດ້​ຮັບ​ການ​ກຳ​ນົດ​​ໄວ້​ກ່ອນ​ແລ້ວ​ຢູ່ນອກ​ນະ​ຄອນ Aleppo ແລະ ​ຢູ່ນອກບັນ​ດາ​ເຂດ​ຊຸມ​ຊົນ​​ເທົ່າ​ນັ້ນ.”


ຂ່າວ/ບົດ​ອື່ນ