ລັດເຊຍຈັບຕົວກຸ່ມເປົ້າໝາຍມີກົນອຸບາຍວາງລະເບີດຫຼາຍຄັ້ງຢູ່ມົດສະກູ

(VOVWORLD) -ວັນທີ 14 ສິງຫາ, ອົງການປ້ອງກັນຄວາມສະຫງົບສະຫະພັນລັດເຊຍ (FBS) ແຈ້ງໃຫ້ຮູ້ວ່າ, ໄດ້ຈັບຕົວກຸ່ມເປົ້າໝາຍທີ່ຂຶ້ນກັບອົງການ IS ວາງແຜນການເຮັດໃຫ້ລະເບີດແຕກຢ່າງລຽນຕິດຢູ່ນະຄອນຫຼວງມົດສະກູ.
ລັດເຊຍຈັບຕົວກຸ່ມເປົ້າໝາຍມີກົນອຸບາຍວາງລະເບີດຫຼາຍຄັ້ງຢູ່ມົດສະກູ - ảnh 1(ພາບປະກອບ: AFP/TTXVN)

ແຈ້ງການໃຫ້ຮູ້ວ່າ, FBS ໄດ້ດຳເນີນການຊອກຈັບຢູ່ມົດສະກູ ແລະ ທັບມ້າງກົນອຸບາຍຂອງກຸ່ມກໍ່ການຮ້າຍ ເຊິ່ງຄາດວ່າຈະປະຕິບັດເຫດວາງລະເບີດສະຫຼະຊີບຢ່າງລຽນຕິດຢູ່ບັນດາເຂດມີຄົນເປັນຈຳນວນຫຼາຍ, ໃນນັ້ນມີບັນດາສູນການຄ້າໃຫຍ່ຢູ່ມົດສະກູ, ຕາມການຊີີ້ນຳຂອງຫົວໂປ່ບາງຄົນຂອງ IS ຢູ່ຊີຣີ. FBS ຊີ້ແຈ້ງວ່າ, ກຸ່ມກໍ່ການຮ້າຍດັ່ງກ່າວລວມມີພົນລະເມືອງລັດເຊຍ 1 ຄົນ ແລະ ມີ 3 ຄົນແມ່ນມາຈາກອາຊີກາງ.

ຕອບກັບ

ຂ່າວ/ບົດ​ອື່ນ