ລັດເຊຍຈະສືບຕໍ່ສະໜອງເຄື່ອງອຸປະກອນການທະຫານໃຫ້ຊີຣີ

ລັດເຊຍຈະສືບຕໍ່ສະໜອງເຄື່ອງອຸປະກອນການທະຫານໃຫ້ຊີຣີ - ảnh 1
(ພາບປະກອບ: AP)

(vovworld) – ວັນ​ທີ 13/09, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ລັດ​ເຊຍ Sergei Lavrov ​ໃຫ້ຮູ້​ວ່າ, ລັດ​ເຊຍ ຈະ​ສືບ​ຕໍ່​ສະໜອງ​​ເຄື່ອງອຸປະກອນ​ການ​ທະຫານ​ໃຫ້​ຊີຣີ. ຄຳ​ຖະ​ແຫຼ​ງດັ່ງກ່າວ​ຖືກ​ຍົກ​ອອກ​ມາ ພາຍຫຼັງ​ເຮືອບິນ​ຂົນ​ສົ່ງ​ຂອງ​ລັດ​ເຊຍ ລົງຈອດ​ສະໜາມ​ບິນ​ຢູ່​ນະຄອນ​ທ່າ​ກຳ​ປັ່ນ Lattaquie ຂອງ​ຊີຣີ. ທ່ານ Sergei Lavrov ​ໃຫ້​ຮູ້ວ່າ, ​ປະທານາທິບໍດີ​ລັດ​ເຊຍ Vladimir Putin ຈະ​ມີ​ບົດ​ກ່າວ​ປາ​ໄສ​ຕໍ່ໜ້າກອງ​ປະຊຸມ​ໃຫຍ່ສະຫະ​ປະຊາ​ຊາດ ​ໃນ​ເດືອນ​ນີ້ ກ່ຽວ​ກັບ​ບັນດາ​ບັນຫາ​ຊີຣີ, ຢູ​ແກຼນ, ສະພາບ​ການ​ດ້ານ​ເສດຖະກິດ​ຂອງ​​ໂລກ ​ແລະ ຄຳ​ສັ່ງ​​ໂລງ​ທົດ​ລັດ​ເຊຍ ຂ​ອງຝ່າ​ຍຕາວັນ​ຕົກ.

ຂ່າວ/ບົດ​ອື່ນ