ລັດເຊຍຊຸກຍູ້ຝ່າຍຕາເວັນຕົກສະໜັບສະໜູນມາດຕະການ“ສະຫະລັດ”ໃຫ້ແກ່ຢູແກຼນ

ລັດເຊຍຊຸກຍູ້ຝ່າຍຕາເວັນຕົກສະໜັບສະໜູນມາດຕະການ“ສະຫະລັດ”ໃຫ້ແກ່ຢູແກຼນ - ảnh 1
ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ Sergei Lavrov
(ພາບ: AFP/TTXVN)

(vovworld) – ວັນ​ທີ 30/3, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ລັດ​ເຊຍ Sergei Lavrov ​ໄດ້ຊຸກຍູ້​ບັນດາ​ປະ​ເທດມະຫາ​ອຳນາດ​ຝ່າຍ​ຕາ​ເວັນ​ຕົກ​ສະໜັບສະໜູນ​ຂໍ້​ສະ​ເໜີ​ມອບ​ສິດ​ອຳນາດ​ຫຼາຍ​ກ່ວາ​ອີກໃຫ້​ແກ່​ບັນດາ​​ເຂດ​ໃຊ້​ພາສາ ລັດ​ເຊຍ ຢູ່ ຢູ​ແກຼນ ​ໃນ​ໂຄງ​ປະກອບ “ສະຫະລັດ”. ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ Sergei Lavrov ​ໃຫ້ຮູ້​ວ່າ: ຖ້າ​ຫາກ​ບັນດາ​ຄູ່​ຮ່ວມ​ມື​ຝ່າຍ​ຕາ​ເວັນ​ຕົກ​ເຫັນ​ດີ​ເຫັນ​ພ້ອມ, ລັດ​ເຊຍ, ອາ​ເມ​ລິ​ກາ ​ແລະ ສະຫະພາບ ​ເອີ​ລົບ (EU) ອາດ​ຈະ​ສ້າງ​ຕັ້ງ​ກຸ່ມ​ໜູ​ນຊ່ວຍ ​ແລະ ຮ່ວມ​ມື​ກັບ​ວົງ​ການ​ການ​ນຳ​ຢູ່ ກີແອ​ບ. ມາດ​ຕະການ​ນີ້​ຈະ​ນຳ​ບັນດາ​ການ​ນຳ​ການ​ເມືອງຢູ່ ຢູ​ແກຼນ, ​ເວັ້ນ​ເສຍ​ແຕ່​ກຳລັງ​ຫົວ​ຮຸນ​ແຮງ, ​ເຂົ້າ​ຮ່ວມ​ການ​ເຈລະຈາ ​ແລະ ສິ້ນ​ສຸດ​ດ້ວຍ​ເລື່ອງ​ຮຽບຮຽງ​ລັດຖະທຳ​ມະນູນ​ສະບັບ​ໃໝ່​ທີ່​ອະນຸຍາດ​ໃຫ້ “​ໂຄງ​ປະກອບ​ສະຫະລັດ” ດ້ວຍ​ສິດ​ປົກຄອງ​ດ້ວຍ​ຕົນ​ເອງ​ໃນ​ເຂດ​ທີ່​ກ້ວາງ​​ໃຫຍ່​ກ່ວາ. ຕາມ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ລັດ​ເຊຍ ​ແລ້ວ, ມາດ​ຕະການ​ນີ້​ຈະ​ປົກ​ປັກ​ຮັກສາ​ສິດຜົນປະ​ໂຫຍດ​ໃຫ້​ແກ່​ປະຊາຊົນ ຢູ​ແກຼນ.

 


ຂ່າວ/ບົດ​ອື່ນ