ການພົບປະຂອງທ່ານປະທານປະເທດຈີນ ສືຈິນຜິງ
ແລະ ທູດພິເສດຂອງການນຳ ສປປເກົາຫຼີ
(ພາບ: NEWS.CN)
(vovworld) – ວັນທີ 24/5, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Ban Ki-moon ຊົມເຊີຍຄວາມມານະພະຍາຍາມຂອງຈີນໃນການຊຸກຍູ້ການປອດນິວຄະເລຍໃນແຫຼມເກົາຫຼີ, ພ້ອມທັງຖືວ່າ, ການພົບປະຂອງທ່ານປະທານປະເທດຈີນ ສືຈິນຜິງ ແລະ ທູດພິເສດຂອງການນຳ ສປປເກົາຫຼີ, ຮອງຈອມພົນ Choe Ryong – hae, ຢູ່ປັກກິງ ໄດ້ສ້າງເປັນກຳລັງໜູນທີ່ຕັ້ງໜ້າ.
ໃນຂະນະນັ້ນ, ທູດພິເສດຂອງສະຫະພັນລັດເຊຍ ກ່ຽວກັບບັນຫາ ເກົາຫຼີ, ທ່ານ Grigory Logvinov ໃຫ້ຮູ້ວ່າ ພຽງຢາງຖະແຫຼງໄດ້ກຽມພ້ອມ ແລະ ປາຖະໜາຢາກກັບຄືນສູ່ການເຈລະຈາ, ນີ້ແມ່ນສັນຍານທີ່ກ້າວໜ້າ. ກ່ອນໜ້ານັ້ນ, ໃນວັນດຽວກັນ, ທີ່ການພົບປະກັບປະທານປະເທດຈີນ ສືຈິນຜິງ ຢູ່ປັກກິງ, ທູດພິເສດ Choe Ryong – hae ໄດ້ຢັ້ງຢືນຄວາມປາຖະໜາຢ່າງຈິງໃຈຂອງ ສປປເກົາຫຼີ ແມ່ນສ້າງບັນຍາກາດແຫ່ງການພົວພັນຕ່າງປະເທດຢ່າງສັນຕິ ເພື່ອແນໃສ່ພັດທະນາເສດຖະກິດ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ. ພຽງຢາງພ້ອມແລ້ວທີ່ຈະຮ່ວມມືກັບຝ່າຍຕ່າງໆທີ່ກ່ຽວຂ້ອງ ເພື່ອແນໃສ່ແກ້ໄຂທຸກບັນຫາຢ່າງສົມເຫດສົມຜົນ ຜ່ານການເຈລະຈາ ແລະ ທາບທາມ, ໃນນັ້ນມີການເຈລະຈາ 6 ຝ່າຍ ກໍ່ຄືການປະຕິບັດບັນດາມາດຕະການທີ່ຕັ້ງໜ້າ ເພື່ອຮັບປະກັນສັນຕິພາບ ແລະ ສະຖຽນລະພາບຢູ່ແຫຼມເກົາຫຼີ.