ລັດເຊຍຍິງລູກສອນໄຟຈາກກ່ຳປັ່ນດຳນ້ຳບຸກໂຈມຕີISເປັນຄັ້ງທຳອິດ
(ພາບປະກອບ)
(vovworld) – ວັນທີ 08/12 ລັດຖະມົນຕີກະຊວງປ້ອງກັນປະເທດ ລັດເຊຍ ທ່ານ Sergei Shoigu ໃຫ້ຮູ້ວ່າ: ປະເທດນີ້ໄດ້ບຸກໂຈມຕີບັນດາເປົ້າໝາຍຂອງອົງການລັດອິດສະລາມ (IS) ອ້າງຊື່ເອງ ຢູ່ ຊີຣີ ເປັນຄັ້ງທຳອິດ ດ້ວຍບັນດາລູກສອນໄຟທີ່ຍິງຈາກກ່ຳປັ່ນດຳນ້ຳທີ່ຢູ່ ທະເລເມດີແຕຣາເນ. ຕາມທ່ານ Shoigu, ບັນດາຈຸດໝາຍນີ້ ຂອງລູກສອນໄຟແມ່ນສະຖານທີ່ກໍ່ການຮ້າຍ 2 ແຫ່ງທີ່ມີຂອບຂະໜາດໃຫຍ່ ນອນໃນບໍລິເວນແຂວງ Raqqa ແລະ ລັດເຊຍ ໄດ້ແຈ້ງໃຫ້ຝ່າຍ Israel ແລະ ອາເມລິກາ ຊາບກ່ອນກ່ຽວກັບແຜນການຍິງລູກສອນໄຟຈາກກ່ຳປັ່ນດຳນ້ຳນີ້.
ແລະໃນວັນດຽວກັນ, ກອງທັບ ເຢຍລະມັນໃຫ້ຮູ້ວ່າ: ວັນທີ 10/12 ຈະມາເຖິງ, ເຢຍລະມັນ ເລີ່ມຜັນຂະຫຍາຍບັນດາເຮືອບິນສອດແນ່ມ Tornado ແລະ ພົນທະຫານ 40 ຄົນ ເຖິງ ຕວກກີ ເພື່ອເຂົ້າຮ່ວມກຳລັງທະຫານປະສົມຕ້ານອົງການລັດອິດສະລາມ (IS) ອ້າງຊື່ເອງ. ນອກຈາກນັ້ນ, Berlin ກໍ່ຈະຜັນຂະຫຍາຍ ກອງເຮືອຮົບ ປ້ອງກັນກ່ຳປັ່ນເດີ່ນບິນ Charles de Gaulle ຂອງ ຝະລັ່ງ ຢູ່ ທະເລເມດີແຕຣາເນ.