ລັດເຊຍຕີລາຄາສູງແງ່ຫວັງການເຈລະຈາລະຫວ່າງ ກຸ່ມ P5+1 ແລະ ອີຣານ

   ລັດເຊຍຕີລາຄາສູງແງ່ຫວັງການເຈລະຈາລະຫວ່າງ ກຸ່ມ P5+1 ແລະ ອີຣານ - ảnh 1
ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ລັດ​ເຊຍ 
ທ່ານ  Alexander Lukashevich 


(vovworld)-​ ວັນ​ທີ 17 /10, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ລັດ​ເຊຍ ທ່ານ  Alexander Lukashevich ຖື​ວ່າ ການ​ເຈລະຈາທີ່​ຫາ​ກໍ​ຖືກ​ດຳ​ເນີນ​ຢູ່​ເຊີ​ແນວ​ປະ​ເທດ​ສະ​ວິດລະ​ຫວ່າງ​ ກຸ່ມ P5+1 ​ແລະ ອີຣານ ກ່ຽວ​ກັບ​ໂຄງການ​ນິວ​ເຄຼຍຂອງ​ອີຣານ ​ແມ່ນ​ມີ​ແງ່​ຫວັງ​ດີ. ກ່າວຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ​ປະຈຳ​ອາທິດ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ລັດ​ເຊຍ ທ່ານ  Alexander Lukashevich ຖື​ວ່າ ບັນດາ​ຂໍ້​ສະ​ເໜີ​ໃໝ່​ຂອງ​ອີຣານ ອາດ​ຈະ​ຊຸກຍູ້​ການ​ເຈລະຈາ​ໃຫ້​ບັນລຸ​ຄວາມ​ຄືບ​ໜ້າ​ດີ ​ແລະ ນີ້​​ເປັນ​ພະຍານ​ຫຼັກ​ຖານ​ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ ອີຣານຫວັງ​ມີ​ການແກ້​ໄຂບັນດາ​ບັນຫາ​ທີ່ ກຸ່ມ P5+1 ​ແລະ ອີຣານ ມີ​ຄວາມ​ສົນ​ໃຈ. ຕາມ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ລັດ​ເຊຍ ທ່ານ  Alexander Lukashevich ​ແລ້ວ, ການ​ເຈລະຈາ​ຮອບ​ຕໍ່​ໄປ ຄາດ​ວ່າ​ຈະ​ດຳ​ເນີນ​ໃນ​ລະຫວ່າງ​ວັນ​ທີ 7-8/11ທີ່​ຈະ​ເຖິງ​ຢູ່​ເຊີ​ແນວ​ປະ​ເທດ​ສະ​ວິດ.
ຂ່າວ/ບົດ​ອື່ນ