ລັດເຊຍຖືວ່າອາດຈະແກ້ ໄຂວິກິດການຢູ່ ຢູແກຼນໄດ້


ລັດເຊຍຖືວ່າອາດຈະແກ້ ໄຂວິກິດການຢູ່ ຢູແກຼນໄດ້ - ảnh 1

ນັກຮົບ​ຢູ​ແກຼນຢູ່  Lugansk

(ພາບ: EPA)

 (vovworld)-ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ​ກ່ຽວ​ກັບ​ໝາກຜົນ​ຂອງກອງ​ປະຊຸມ​ຂັ້ນສູງກຸ່ມ​ບັນດາ​ພື້ນຖານ​ເສດຖະກິດ​ພັດທະນາ ​ແລະ ຫາ​ກໍ​ພົ້ນ​ເດັ່ນ​ຂຶ້ນ​ອັນ​ດັບ 1 ​ໃນ​ໂລກ (G20) ຢູ່​ອົດ​ສະ​ຕາ​ລີ ​ເມື່ອ​ວັນ​ທີ 16/11, ປະທານາທິບໍດີ​ລັດ​ເຊຍ V.Putin ​ໃຫ້​ຮູ້​ວ່າ: ມີ​ແງ່​ຫວັງ​ທີ່​ດີ​ໃນ​ຄວາມ​ມານະ​ພະຍາຍາມ​ແກ້​ໄຂວິ​ກິດ​ການ​ຢູ່​ຢູ​ແກຼນ. ຕາມທ່ານປະທານາທິບໍດີ​ລັດ​ເຊຍ​ແລ້ວ, ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ດຳລົງ​ຊີວິດ​ໃນ​ເຂດ​ດິນ​ແດນ​ຢູ​ແກຼນ ​ແລະ ​ເຂດ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ປະ​ເທດ​ນີ້, ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ​ອາດ​ຈະ​ມີ​ຄວາມ​ຮັບຜິດຊອບ​ຫຼາຍ​ກ່ວາ​ໃນ​ການ​ແກ້​ໄຂ​ບັນດາ​ສິ່ງ​ທ້າ​ທາຍ​ທີ່​ເຂົາ​ເຈົ້າພວມ​ຕ້ອງ​ປະ​ເຊີນ​ໜ້າ. ປະທານາທິບໍດີ​ລັດ​ເຊຍ​ໃສ່​ໃຈ​ວ່າ: ທີ່​ກອງ​ປະຊຸມ G20, ​ເຖິງ​ວ່າ​ບັນດາ​ການ​ນຳ​ສາກົນ​ບໍ່​ຍົກບັນຫາ​ຢູ​​ແກຼນ ມາ​ເພື່ອ​ປຶກສາ​ຫາລື​ຢ່າງ​ເປັນ​ທາງ​ການກໍ່ຕາມ, ພຽງ​ແຕ່​​ໄດ້​ປຶກສາ​ຫາລື ​ແລະ ​ເຕື້ອງ​ເຖິງ​ໃນ​ການ​ພົບ​ປະ​ສອງ​ຝ່າຍ​ຄັ້ງຕ່າງໆ​ເທົ່າ​ນັ້ນ ​ແຕ່​ເບິ່ງ​ລວມ​ແລ້ວ, ການ​ພົບ​ປະສອງ​ຝ່າຍ​ທຸກ​ຄັ້ງກ່ຽວ​ກັບ​ບັນດາ​ຫາ​ຢູ​ແກຼນ ​ໄດ້​ດຳ​ເນີນ​ໄປ​ຢ່າງ​ກົງ​ໄປ​ກົງ​ມາ, ມີ​ຄວາມ​ໝາຍ ​ແລະ ມີ​ປະ​ໂຫຍດ./.

ຂ່າວ/ບົດ​ອື່ນ