ລັດເຊຍຖອນທະຫານອອກຈາກຊີຣີ

ລັດເຊຍຖອນທະຫານອອກຈາກຊີຣີ - ảnh 1
ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ V.Putin
ພາບ:giaoduc.net

(vovworld)-​ ຕອນ​ຄ່ຳ​ວັນ​ທີ 14/3, ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ V.Putin ໄດ​້​ອອກ​ຄຳ​ສັ່ງ​ຖອນ​ບັນ​ດາ​ກຳ​ລັງ​ຕົ້ນ​ຕໍ​ຂອງ ລັດ​ເຊຍ ອອກ​ຈາກ ຊີ​ຣີ ນັບ​ແຕ່​ວັນ​ທີ 15/3. ທີ່​ການ​ພົບ​ປະ​ກັບ​ທ່ານ Sergei Lavrov, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ລັດ​ເຊຍ ແລະ ທ່ານ Sergei Shoigu, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ, ທ່ານ Putin ປາດ​ຖະ​ຫນາ​ວ່າ ເລື່ອງ​ເລີ່ມ​ຕົ້ນ​ການ​ຖອນ​ທະ​ຫານ​ລັດ​ເຊຍ ອອກ​ຈາກ ຊີ​ຣີ ຈະ​ແມ່ນ​ການ​ກະ​ຕຸກ​ຊຸກ​ຍູ້​ດີ​ສຳ​ລັບ​ວິ​ວັດ​ການ​ເຈ​ລະ​ຈາ​ລະ​ຫວ່າງ​ບັນ​ດາ​ກຳ​ລັງ​ການ​ເມືອງ​ຢູ່​ຊີ​ຣີ. ທ່ານ Putin ໃຫ້​ຮູ້​ຕື່ມ​ອີກວ່າ: ກຳ​ລັງ​ທະ​ຫານ​ຍັງ​ເຫລືອ​ຢູ່ ຊີ​ຣີ ຈະ​ເຂົ້າ​ຮ່ວມ​ການ​ຕິດ​ຕາມກວດ​ກາ​ຂໍ້​ຕົກ​ລົງ​ຢຸດ​ຍິງ.  ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Putin ພ້ອມ​ທັງ​ຊີ້​ນຳ​ໃຫ້​ທ່ານ Sergei Lavrov, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ລັດ​ເຊຍ ຈົ່​ງ​ເພີ່ມ​ທະ​ວີ​ການ​ແຊກ​ແຊງ​ຂອ​ງ​ລັດ​ເຊຍ ໃນ​ການ​ຈັດ​ຕັ້ງ​ວິ​ວັດ​ທະ​ນາ​ການ​ສັນ​ຕິ​ພາບ​ຢູ່​ຊີ​ຣີ.

ໃນ​ວັນ​ດຽວ​ກັນ, ປ​ະ​ທາ​ນາ​ທິ​ບໍ​ດີ B.Obama ໄດ້​ໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ V. Putin ກ່ຽວ​ກັບ​ວິ​ກິດ​ການ ຊີ​ຣີ ເພື່ອ​ເລັ່ງ​ລັດ​ປະ​ທາ​ນາ​ທິ​ບໍ​ດີ Putin ກໍ່​ກຳ​ລັງ​ດັນ​ຕໍ່​ລັດ​ຖະ​ບານຂອງ​ປະ​ທາ​ນາ​ທິ​ບໍ​ດີ ຊີ​ຣີ Bashar Assad ຢຸດ​ຕິ​ທຸກ​ການ​ເຄື່ອນ​ໄຫວ​ການ​ທະ​ຫານທີ່​ມີ​ຄວາມ​ສ່ຽງ​ອາດ​ຈະ​ທຳ​ລາ​ຍ​ຄຳ​ສັ່ງ​ຢຸດ​ຍິງ​ທີ່​ຫາ​ກໍ​ບັນ​ລຸ​ໄດ້.

ຂ່າວ/ບົດ​ອື່ນ