ລັດເຊຍຖະແຫຼງພ້ອມແລ້ວທີ່ຈະປັບປຸງການພົວພັນ2ຝ່າຍກັບອຳນາດການປົກຄອງໃໝ່ຢູ່ອາເມລິກາ

ລັດເຊຍຖະແຫຼງພ້ອມແລ້ວທີ່ຈະປັບປຸງການພົວພັນ2ຝ່າຍກັບອຳນາດການປົກຄອງໃໝ່ຢູ່ອາເມລິກາ - ảnh 1
ທ່ານ​ປະທານາທິບໍດີ ລັດ​ເຊຍ Vladimir Putin
(ພາບ: AP/TTXVN)

(vovworld) - ລັດ​ເຊຍ ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ມື ​ເພື່ອ​ແນ​ໃສ່​ປັບປຸງ​ການ​ພົວພັນ 2 ຝ່າຍ​ກັບ ອາ​ເມ​ລິ​ກາ. ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ລັດ​ເຊຍ ທ່ານນາງ Maria Zakharova ​ໄດ​້ຢືນຢັນ​ຄື​ດັ່ງກ່າວ​ທີ່​ການ​ປະຊຸມ​ຂ່າວ​ປະຈຳ​ອາທິດ​ໃນ​ວັນ​ທີ 10/11, ພາຍຫລັງ​ຜູ້​ສະ​ໝັກ​ຮັບເລືອກ​ຕັ້ງ​ຂອງ​ພັກສາ​ທາ​ລະນະທ່ານ Donald Trump ​​ໄດ້​ຮັບໄຊຊະນະ​ໃນ​ການ​ເລືອກ​ຕັ້ງ​ປະທານາທິບໍດີ ອາ​ເມ​ລິ​ກາ ​ເປັນ​ເວລາ​ໜຶ່ງ​ວັນ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ທ່ານ​ນາງ Maria Zakharova ​ເນັ້ນ​ໜັກ​ວ່າ: ບໍ່​ທັນ​ຍົກ​ອອກ​ບັນດາ​ບາດກ້າວ​ລະອຽດ​ກ່ວາ​ໂດຍ​ໄວ​​ໄດ​້ ​ເພື່ອ​ປັບປຸງ​ການ​ພົວພັນ​ລະຫວ່າງ ລັດ​ເຊຍ ​ແລະ ອາ​ເມ​ລິ​ກາ ​ເພາ​ະວ່າ ທ່ານ​ປະທານາທິບໍດີຄົນ​ໃໝ່ Donald Trump ຍັງ​ບໍ່​ທັນ​ດຳ​ເນີນ​ສ້າງ​ຄະນະ​ລັດຖະບານ​ໃໝ່.

        ກ່ອນ​ໜ​້ານັ້ນ, ​​ໃນ​ຖະ​ແຫຼ​ງ​ເມື່ອວັນ​ທີ 09/11, ທ່ານ​ປະທານາທິບໍດີ ລັດ​ເຊຍ Vladimir Putin ຖະ​ແຫຼ​ງວ່າ ມົດ​ສະ​ກູ ພ້ອມ​ແລ້ວ​ທີ່​ຈະຟື້ນ​ຟູ​ການ​ພົວພັນ​ກັບ ວໍ​ຊິງ​ຕັນ.

ຂ່າວ/ບົດ​ອື່ນ