ລັດເຊຍຖະແຫຼງໜູນຊ່ວຍກອງທັບລັດຖະບານຊີຣີ

   ລັດເຊຍຖະແຫຼງໜູນຊ່ວຍກອງທັບລັດຖະບານຊີຣີ  - ảnh 1
ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Vladimir Putin
(ພາບ: AP)


(vovworld)- ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Vladimir Putin ຖະ​ແຫຼງເມື່ອ​ວັນ​ທີ 27/9 ວ່າ ລັດ​ເຊຍ​ພຽງຈະໜູນ​ຊ່ວຍ​ດ້​ານ​ການ​ທະ​ຫານ​ໃຫ້​ແກ່ກອງ​ທັບ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຢ່າງ​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ຂອງ​ປະ​ທານ​າ​ທິ​ດີ ຊີ​ຣີ Al Assad, ຕາມ​ຫຼັກ​ການ​ຂອງ​ກົດ​ບັດ​ແຫ່ງ ສ.ປ.ຊ. ຄຳຖະ​ແຫຼງ​ດັ່ງ​ກ່າວ​ໂດຍ ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Vladimir Putin ຍົກ​ອອກ​ມາ​ໃນ​ການ​ຕອບ​ສຳ​ພາດ​ບັນ​ດາ​ບໍ​ລິ​ສັດ​ໂທ​ລະ​ພາບ​ອາ​ເມ​ລິ​ກາ ກ່ອນ​ທີ່​ຈະ​ພົບ​ປະ​ກັບ ປະ​ທາ​ນາ​ທິ​ບໍ​ດີອາ​ເມ​ລິ​ກາ​ໃນ​ວັນ​ທີ 28/9. ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Vladimir Putin ຢືນ​ຢັນ​ວ່າ ປະ​ຈຸ​ບັນ, ລ​ັດ​ເຊຍບໍ່​ມີ​ແຜນ​ການ​ເຂົ້າ​ຮ່ວມບໍ່​ວ່າ ບັ້ນ​ການ​ທະ​ຫານ​ໃດໆ​ຢູ່​ດິນ​ແດນ​ຊີ​ຮີ ກໍ​ຄື​ປະ​ເທດ​ອື່ນໆ. 
ຂ່າວ/ບົດ​ອື່ນ