ລັດເຊຍທຳລາຍສາງອາວຸດໃຫຍ່ທີ່ສຸດຂອງພວກກະບົດຢູ່ຊີຣີ

(VOVWORLD) -ວັນທີ 05 ຕຸລາ, ໂຄສົກກະຊວງປ້ອງກັນປະເທດລັດເຊຍ Igor Konashenkov ໄດ້ປະກາດວ່າ, ບັນດາການບຸກໂຈມຕີທາງອາກາດຂອງປະເທດນີ້ຢູ່ຊີຣີ ໄດ້ທຳລາຍສາງອາວຸດໃຕ້ດິນທີ່ມີຂອບຂະໜາດໃຫຍ່ຂອງກຸ່ມ Hayat Tahrir al-Sham

ລັດເຊຍທຳລາຍສາງອາວຸດໃຫຍ່ທີ່ສຸດຂອງພວກກະບົດຢູ່ຊີຣີ - ảnh 1 ລັດເຊຍທຳລາຍສາງອາວຸດໃຫຍ່ທີ່ສຸດຂອງພວກກະບົດຢູ່ຊີຣີ

(ພາບປະກອບ: AFP/TTXVN)

ເຊິ່ງແມ່ນທະຫານປະສົມສົງຄາມເພື່ອສາສະໜາແນວໂຮມ Al-Nusra, ທີ່ເຄີຍເປັນສາຂາຂອງອົງການກໍ່ການຮ້າຍ Al-Qaeda ຢູ່ຊີຣີ ນຳໜ້າ. ແຈ້ງການຂອງທ່ານ Konashenkov ໃຫ້ຮູ້ວ່າ, ເຮືອບິນຂອງລັດເຊຍ ໄດ້ທຳລາຍສາງອາວຸດໃຕ້ດິນໃຫຍ່ກວ່າໝູ່ຂອງ Hayat Tahrir al-Sham ຢູ່ໃກ້ກັບເທດສະບານເມືອງ Abu Duhur, ທາງທິດຕາເວັນຕົກສ່ຽງເໜືອ ແຂວງ Idlib. ຜູ້ຕາງໜ້າກະຊວງປ້ອງກັນປະເທດລັດເຊຍ ໃຫ້ຮູ້ຕື່ມອີກວ່າ, ນອກຈາກທຳລາຍສາງອາວຸດໃຕ້ດິນແລ້ວ, ຍັງດັບສູນມືປືນໄດ້ 49 ຄົນຕື່ມອີກ. ສິ່ງທີ່ໜ້າສົນໃຈນັ້ນແມ່ນ, ໃນນັ້ນມີຫົວໂປ່ 7 ຄົນຂອງສາຂາແນວໂຮມ Al-Nusra ທີ່ເຄື່ອນໄຫວຢູ່ພາກພື້ນທາງທິດຕາເວັນອອກອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ