ລັດເຊຍປະກາດບັນດາມາດຕະການລົງໂທດລະອຽດສຳລັບຕວກກີ
(ພາບປະກອບ)
(vovworld) - ວັນທີ 01/12, ທ່ານນາຍົກລັດຖະມົນຕີລັດເຊຍ Dmitry Medvedev ໄດ້ເຊັນຂໍ້ຕົກລົງອະນຸມັດຜ່ານຫຼາຍມາດຕະການລະອຽດເພື່ອແນໃສ່ປະຕິບັດລັດຖະດຳລັດຂອງປະທານາທິບໍດີ ນຳໃຊ້ບັນດາມາດຕະການດ້ານເສດຖະກິດພິເສດສຳລັບຕວກກີ. ນີ້ໄດ້ຮັບຖືວ່າແມ່ນປະຕິກິລິຍາຂອງລັດເຊຍ ເພື່ອໂຕະຕອບເລື່ອງຕວກກີ ຍິງເຮືອບິນຂອງລັດເຊຍ ຕົກຢູ່ຊີຣີ. ຕາມສຳນັກຂ່າວສານ TASS, ຂໍ້ຕົກລົງດັ່ງກ່າວໄດ້ຮັບການປະກາດໃນແວັບໄຊທາງການຂອງລັດຖະບານລັດເຊຍ, ມີຜົນບັງຄັບໃຊ້ແຕ່ວັນທີ 01/01/2016, ໃນນັ້ນມີບັນດາມາດຕະການຄື: ຢຸດຕິການເຄື່ອນໄຫວຂອງຄະນະກຳມະການປະສົມລະຫວ່າງລັດຖະບານລັດເຊຍ - ຕວກກີ ກ່ຽວກັບການຮ່ວມມືດ້ານເສດຖະກິດ, ການຄ້າ; ຫ້າມຮັບສະໝັກແຮງງານຕວກກີ ເຂົ້າເຮັດວຽກຢູ່ລັດເຊຍ (ຍົກເວັ້ນຜູ້ມີສັນຍາເຮັດວຽກທີ່ລົງນາມກ່ອນວັນທີ 31/12/2015); ຫ້າມນຳເຂົ້າຜະລິດຕະພັນກະເສດບາງຂະນິດຈາກຕວກກີ.