ລັດເຊຍຢືນຢັນບໍ່ມີຄົນຫຼອດຕາຍໃນເຫດເຮືອບິນເອລີກອບເຕີ MI-8 ຖືກຍິງຕົກ

ລັດເຊຍຢືນຢັນບໍ່ມີຄົນຫຼອດຕາຍໃນເຫດເຮືອບິນເອລີກອບເຕີ MI-8 ຖືກຍິງຕົກ - ảnh 1
ເຮືອ​ບິນ​ເອ​ລີ​ກອບ​ເຕີ MI-8 ຖ​ືກ​ຍິງ​ຕົກ
(ພາບ: Reuters/ TTXVN)

(vovworld) - ​​ ​ວັນ​ທີ 01/08, ໂຄ​ສົກ​ວັງ Kremlin ທ່ານ Dmitry Peskov ຢືນ​ຢັນ​ວ່າ, ພົນ​ທະ​ຫານ​ລັດ​ເຊຍ ທັງ​ໝົດ 5 ຄົນໃນ​ເຮືອ​ບິນເອ​ລີ​ກອບ​ເຕີຂົງ​ສົ່ງທະ​ຫານ MI-8 ຂອງ​ລັດ​ເຊຍ ຖືກ​ພວກ​ກະ​ບົດ​ຍິງ​ຕົກ​ຢູ່​ແຂວງ Idlib ຂອງ​ຊີ​ຣີ ຖືກ​ເສຍ​ຊີ​ວິດ. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ, ທ່ານ Peskov ຖະ​ແຫຼງວ່າ ບັນ​ດາ​ພົນ​ທະ​ຫານ​ດັ່ງ​ກ່າວ “ໄດ້​ເສຍ​ສະ​ຫຼະ​ຊີວ​ິດ​ຢ່າງພິ​ລະ​ອາດ​ຫານ” ໃນ​ພາ​ລະ​ໜ້າ​ທີ່​ມະ​ນຸດ​ສະ​ທຳ. ທ່ານກໍ່​ຢືນ​ຢັນ​ວ່າ, ລັດ​ເຊຍ ຈະ​ສືບ​ຕໍ່ບັ້ນ​ຮົບ​ຕ້ານກໍ່​ການ​ຮ້າຍ​ສາ​ກົນ​ “ໃນ​ທຸກ​ແນວ​ຮົບ” ໂດຍບໍ່​ຫົວ​ຊາ​ຕໍ່ບັນ​ດາ​ຄຳ​ນາບ​ຂູ່​ຈາກ​ກຸ່ມ​ລັດ​ອິດ​ສະ​ລາມ (IS) ອ້າງ​ຊື່​ເ​ອງ. ໃນ​ຂະ​ນະ​ນັ້ນ, ພວກ​ກະ​ບົດ​ຢູ່​ຊີ​ຣີ ໄດ້​ປະ​ກາດ​ເທບ​ວີ​ດີ​ໂ​ອ ມີ​ພາບ​ເຊິ່ງ​ໄດ້​ຮັບຖື​ວ່າ​ແມ່ນສະ​ເກັດ​ຂອງ​ເຮືອ​ບິນ​ເອ​ລີ​ກອບ​ເຕີ​ຂອງ​ລັດ​ເຊຍ ຖືກ​ຍິງ​ຕົກ​ຢູ່ Idlib. ຕາມ​ກະ​ຊວງ​ປ້ອງ​ກັນ​​ປະ​ເທດ​ລັດ​ເຊຍ ແລ້ວ ເຮືອ​ບິນ MI-8 ທີ່​ຖືກ​ຍິງ​ຕົກ​ນັ້ນ​ພວມ​ບົນ​ເສັ້ນ​ທາງ​ກັບ​ເມື່ອ​ຖານ​ທີ່​ໝັ້ນກອງທັບ​ອາ​ການ​ຕົ້ນ​ຕໍ່​​ຂອງ​ລັດ​ເຊຍ ຢູ່​ຊີ​ຣີ ພາຍ​ຫຼັງ​ຂົນ​ສົ່ງ​ສິນ​ຄ້າ​ກູ້​ຊ່ວຍ​ມະ​ນຸດ​ສະ​ທຳ​ໃຫ້​ນະ​ຄອນ Aleppo.

ຂ່າວ/ບົດ​ອື່ນ