(VOVWORLD) -ວັນທີ 06 ກັນຍາ, ກະຊວງການຕ່າງປະເທດລັດເຊຍ ຖະແຫຼງວ່າ, ປະເທດນີ້ຈະສືບຕໍ່ດັບສູນບັນດາພວກກໍ່ການຮ້າຍຢູ່ແຂວງ Idlib, ກໍຄືຢູ່ແຫ່ງອື່ນໃນຊີຣີ, ເພື່ອຊ່ວຍຟື້ນຟູສັນຕິພາບຢູ່ຊີຣີ ຄືນໃໝ່.
ທ່ານນາງ Maria Zakharova, ໂຄສົກກະຊວງການຕ່າງປະເທດລັດເຊຍ
(ພາບ: AFP TTXVN)
|
ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານນາງ Maria Zakharova, ໂຄສົກກະຊວງການຕ່າງປະເທດລັດເຊຍ ໃຫ້ຮູ້ວ່າ, ລັດເຊຍ ພວມ, ໄດ້ ແລະ ຈະສືບຕໍ່ດັບສູນບັນດາພາກສ່ວນກໍ່ການຮ້າຍຢູ່ Aleppo, Idlib ກໍຄືບັນດາເຂດອື່ນຢູ່ຊີຣີ ເພື່ອນຳສັນຕິພາບກັບຄືນສູ່ປະເທດນີ້. ທ່ານນາງ Maria Zakharova ເນັ້ນໜັກວ່າ, ນີ້ແມ່ນບັນຫາກ່ຽວຂ້ອງເຖິງຄວາມໝັ້ນຄົງຂອງລັດເຊຍ.
ກ່ອນໜ້ານັ້ນໜຶ່ງວັນ, ກະຊວງປ້ອງກັນປະເທດລັດເຊຍ ຢັ້ງຢືນວ່າ, ບັນດາເຮືອບິນສູ້ຮົບຂອງປະເທດນີ້ໄດ້ບຸກໂຈມຕີທາງອາກາດໃສ່ບັນດາເປົ້າໝາຍຢູ່ແຂວງ Idlib ຂອງຊີຣີ. ແຕ່ເຖິງຢ່າງໃດກໍ່ຕາມ, ກະຊວງປ້ອງກັນປະເທດລັດເຊຍ ຢືນຢັນວ່າ, ປະເທດນີ້ພຽງແຕ່ບຸກໂຈມຕີໃສ່ກຸ່ມແນວໂຮມ Al – Nusra ຫາກບໍ່ໄດ້ບຸກໂຈມຕີໃສ່ບັນດາເຂດມີພົນລະເມືອງເປັນຈຳນວນຫຼາຍ.