ລັດເຊຍຢາກໃຫ້ອາເມລິກາເຂົ້າຮ່ວມວິວັດທະນາການສັນຕິພາບຢູ່ຢູແກຼນ
(ພາບປະກອບ: AFP/TTXVN)
(vovworld) – ລັດເຊຍ ຫວັງວ່າ ອາເມລິກາ ອາດຈະກີດຂວາງອຳນາດການປົກຄອງສູນກາງຢູແກຼນ ດຳເນີນບັນດາບັ້ນຮົບໃໝ່ ແນໃສ່ກຳລັງທວງເອົາເອກະລາດຢູ່ພາກຕາເວັນອອກຂອງປະເທດນີ້. ວັນທີ 19/05, ທ່ານລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດລັດເຊຍ Frigory Karasin ໃຫ້ຮູ້ວ່າ ມົດສະກູ ພວມຊອກຫາວິທີເກັ້ຍກອມ ວໍຊິງຕັນ ເຮັດສິ່ງນັ້ນ ແລະ ຖືວ່າ ອາເມລິກາກໍ່ພວມເຫັນໄດ້ສິ່ງທີ່ຈຳເປັນຕ້ອງປະຕິບັດບັນດາຂໍ້ຕົກລົງ Minsk ຂອງ ເບລາຣຸດ ເມື່ອເດືອນ 02 ຜ່ານມາ. ເມື່ອເຈລະຈາກັບຜູ້ຊ່ວຍວຽກ ລັດຖະມົນຕີວ່າການກະຊວງການຕ່າງປະເທດອາເມລິກາ Victoria Nuland ພວມຢ້ຽມຢາມ ລັດເຊຍ. ທ່ານ Karasin ໄດ້ຕັກເຕືອນວໍສິງຕັນ ອາດຈະກໍ່ຜົນສະທ້ອນເຖິງ Kiev ເພື່ອແນໃສ່ດຳເນີນການເຈລະຈາຢ່າງໝັ້ນຄົງກັບບັນດາປະເທດ ສ.Lugansk ແລະ Donetsk ອ້າງຊື່ເອງ. ທ່ານເນັ້ນໜັກວ່າ, ບໍ່ວ່າຄວາມມານະພະຍາຍາໃດໆເພື່ອແນໃສ່ຮັບປະກັນມາດຕະການແກ້ໄຂຢ່າງຍາວນານໃນວິກິດການຢູ່ຢູແກຼນ ລ້ວນແຕ່ມີໄພລົ້ມລະລາຍ ຖ້າຫາກບໍ່ສົ່ງເສີມການເຈລະຈາໂດຍກົງກັບ Donetsk ແລະ Lugansk.