( vovworld ) – ວັນທີ 9/5, ສະຫະພັນລັດເຊຍ ໄດ້ຈັດພິທີສະເຫຼີມສະຫຼອງ 67 ປີແຫ່ງວັນໄຊຊະນະຟາດສິດ ເຢຍລະມັນ ( 9/5/1945 – 9/5/2012 ). ຈຸດສຸມແມ່ນພິທີສວນສະໜາມແດງ, ຢູ່ຈະຕຸລັດແດງທີ່ນະຄອນຫຼວງມົດສະກູ. ກ່ອນໜ້ານັ້ນ, ວັນທີ 8/5, ບັນດາອະດີດນັກຮົບ ແລະ ບັນດາອົງການຊາວໜຸ່ມໄດ້ວາງພວງມາລາອາໄລຫາຢູ່ສຸສານບັນດານັກຮົບນິລະນາມທີເສຍຊະລະຊີວິດເພື່ອຊາດຢູ່ວັງ Kremli, ອະນຸສາວະລີຈອມພົນ Zhukov ແລະ ອະນຸສາວະລີທີ່ມີຊື່ວ່າ ມົດສະກູ ນະຄອນແຫ່ງວິລະຊົນ. ບັນດາອະດີດນັກຮົບ ກໍເຂົ້າຮ່ວມລາຍການດົນຕີປະສານສຽງ ພິເສດ, ເພື່ອສະເຫຼີມສະຫຼອງວັນໄຊຊະນະຟາດສິດ ເຢຍລະມັນ. ວັນທີ 8/5, ປະທານາທິບໍດີລັດເຊີຍ ຄົນໃໝ່ Validimir Putin ໄດ້ຝາກຄຳອວຍພອນເຖິງການນຳບັນດາປະເທດ SNG, ການນຳ Abkhazia, ພາກໃຕ້ Ossetia ແລະ ບັນດາພົນລະເມືອງ Gruzia ເນື່ອງໃນໂອກາດສະເຫຼີມສະຫຼອງ 67 ປີແຫ່ງວັນໄຊຊະນະໃນສົງຄາມປ້ອງກັນຊາດທີ່ຍິງໃຫຍ່. ໃນສານທີ່ຝາກເຖິງການນຳປະເທດຕ່າງໆ, ທ່ານ Putin ໄດ້ເນັ້ນໜັກເຖິງຈິດໃຈອົງອາດກ້າຫານ, ລັດທິວິລະຊົນຂອງບັນດາອະດີດນັກຮົບ, ສະແດງຄວາມໄວເນື້ອເຊື່ອໃຈກ່ຽວກັບວິວັດການສືບຕໍ່ຮ່ວມມືລະຫວ່າງປະເທດຕ່າງໆ.