ທະຫານຢູແກຼນ ຢູ່ ພາກຕາເວັນອອກ
ພາບ:baomoi.com
|
(vovworld)- ຝ່າຍຕາເວັນຕົກພວມທຳລາຍບັນດາກາລະໂອກາດແກ້ໄຂການປະທະກັນຢູ່ຢູແກຼນໂດຍສັນຕິ ເມື່ອການຄິດໄລ່ຊັ່ງຊາປັດເຂ່ຍ ສປ Donetsk ແລະ ສປ Lugansk ອອກຈາກບັນດາການເຈລະຈາ, ພ້ອມທັງຖືລັດເຊຍແມ່ນຝ່າຍຫນຶ່ງໃນການປະທະກັນນີ້. ທ່ານ Sergei Lavrov ຍົກອອກຄຳຖະແຫລງດັ່ງກ່າວທີ່ Duma ແຫ່ງຊາດລັດເຊຍ ເມື່ອວັນທີ 19/11. ຫົວຫນ້າຂະແຫນງການທູດລັດເຊຍ ໃຫ້ຮູ້ວ່າ: ຂໍ້ຕົກລົງທີ່ບັນດາຝ່າຍບັນລຸໄດ້ຢູ່ Minsk ເມື່ອເດືອນ 9 ຜ່ານມາ ຄວາມຈິງແມ່ນບໍ່ທັນປະຕິບັດໄດ້ ແລະ ເພື່ອປະຕິບັດຂໍ້ຕົກລົງນີ້ ຮຽກຮ້ອງຕ້ອງມີການປະສານສົມທົບຂອງທຸກຝ່າຍ. ທ່ານ Sergei Lavrov ກໍຮຽກຮ້ອງຝ່າຍຕາເວັນຕົກສະຫນັບສະຫນູນການເຈລະຈາໂດຍກົງລະຫວ່າງອຳນາດການປົກຄອງ Kiev ແລະ ກຳລັງທວງເອົາເອກະລາດຢູ່ພາກຕາເວັນອອກ ເພື່ອບັນລຸໄດ້ສັນຕິພາບຢ່າງໝັ້ນຄົງ ແລະ ປອງດອງຊາດຢູ່ ຢູແກຼນ.