ລັດເຊຍຮຽກຮ້ອງອີຢູດຳເນີນການໂອ້ລົມສົນທະນາ

ລັດເຊຍຮຽກຮ້ອງອີຢູດຳເນີນການໂອ້ລົມສົນທະນາ - ảnh 1
ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ລັດ​ເຊຍ Sergei Lavrov
(ພາບ: presstv.ir)

(vovworld) – ວັນ​ທີ 10/3, ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ລັດ​ເຊຍ Sergei Lavrov ຕຳ​ນິ​ຕິ​ຕຽນ​ອົງ​ການ ນາ​ໂຕ ໄດ້​ເພີ່ມ​ທະ​ວີ​ການ​ເຄື່ອນ​ໄຫວ​​ດ້ານການ​ທະ​ຫ​ານ​​ຢູ່ໃກ້​ກັບ​ເຂ​ດ​ຊາຍ​ແດນ​ຕິດ​ກັບ ລັດ​ເຊຍ, ພ້ອມ​ທັງ​ຮຽກ​ຮ້ອງ​ແກ້​ໄຂ​ບັນ​ດາ​ການ​ໂຕ້​ຖຽງ​ກັນ​ກັບ ສະ​ຫະ​ພາບ ເອີ​ລົບ (ອີ​ຢູ) ຜ່ານ​ການ​ໂອ້​ລົມ​ສົນ​ທະ​ນາ. ກ່າວ​ຄຳ​ເຫັນ​ພາຍຫຼັງ​ການ​ພົບ​ປະ​ກັບ​ຄູ່​ຕຳ​ແໜ່ງ ແອດ​ສະ​ປາຍ Jose Manuel Garcia Margallo, ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ Lavrov ຖື​ວ່າ: ເລື່ອງ ນາ​ໂຕ ເພີ່ມ​ທະ​ວີ​ບັນ​ດາ​ການ​ເຄື່ອນ​ໄຫວ​ດ້ານ​ການ​ທະ​ຫານ​ຢູ່​ໃກ້​ກັບ​ເຂດຊາຍ​ແດນ​ຕິດ​ກັບ ລັດ​ເຊຍ ບໍ່​ປະ​ກອບ​ສ່ວນ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຢູ່ ເອີ​ລົບ ແລະ ເຂດມະ​ຫາ​ສະ​ໝຸດ ອັກ​ລັງ​ຕິກ. ມົດ​ສະ​ກູ ຖື​ວ່າ: ບັນ​ດາ​ບັນ​ຫາ​ຄື​ແນວນັ້ນ​ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ​ຜ່ານ​ການ​ໂອ້​ລົມ​ສົນ​ທະ​ນາ​ຢ່າງ​ສະ​ເໝີ​ພາບ ແລະ ເຄົາ​ລົບ​ນັບ​ຖື​ເຊິ່ງ​ກັນ ແລະ ກັນ. ຕາມ​ທ່ານ Lavrov ແລ້ວ, ມົດ​ສ​ກູ ແລະ Madrid ລ້ວນ​ແຕ່​ຮັບ​ຮູ້​ຄວາມ​ຈຳ​ເປັນ​ຕ້ອງ​ເຊື່ອມ​ຕໍ່​ການ​ໂອ້​ລົມ​ສົນ​ທະ​ນາ​ລະ​ຫວ່າງ ລັດ​ເຊຍ ແລະ ອີ​ຢູ ໃນ​ສະ​ພາບ​ເຄັ່ງ​ຕຶງ​ຄື​ປະ​ຈຸ​ບັນ, ພິ​ເສດ​ແມ່ນ​ເລື່ອງ​ຮັບ​ມື​ກັບ​ບັນ​ດາ​ໄພ​ນາບ​ຂ​ູ່ ແລະ ການ​ທ້າ​ທາຍ​ໃໝ່.


ຂ່າວ/ບົດ​ອື່ນ