ລັດເຊຍຮຽກຮ້ອງອາເມ ລິກາສະກັດກັ້ນການ ນຳໃຊ້ກຳລັງອາວຸດ ຢູ່ຢູແກຼນ
(ພາບ: AFP)
(vovworld)- ທ່ານປະທານາທິບໍດີລັດເຊຍ V.Putin ໄດ້ຍົກອອກຄຳຮຽກຮ້ອງ ອາເມລິກາ ຈົ່ງສະກັດກັ້ນການນຳໃຊ້ກຳລັງອາວຸດຢູ່ ຢູແກຼນ ໃນການໂອ້ລົມທາງໂທລະສັບກັບປະທານາທິບໍດີ ອາມເລິກາ Barack Obama. ແຈ້ງການໜັງສຶພິມຂອງວັງ ແກຼມລີ ໃຫ້ຮູ້ວ່າ: ໃນການໂອ້ລົມທາງໂທລະສັບ, ປະທານາທິບໍດີລັດເຊຍ V.Putin ໄດ້ເນັ້ນຫນັກວ່າ, ການແຫ່ຂະບວນປະທ້ວງຢູ່ Donetsk, Lugansk, Kharkov, Slavyansk ແລະ ນະຄອນອື່ນໆຢູ່ທາງທິດຕາເວັນອອກ ແລະ ທາງທິດໃຕ້ ຢູແກຼນ ແມ່ນຍ້ອນວົງການການນຳຢູ່ Kiev ໃນປະຈຸບັນ ບໍ່ຢາກ ແລະ ບໍ່ມີຄວາມສາມາດເອົາໃຈໃສ່ເຖິງຜົນປະໂຫຍດຂອງຊາວລັດເຊຍ ແລະ ຜູ້ເວົ້າພາສາລັດເຊຍ. ແລະ ກໍ່ຕາມວັງ ແກຼມລີ ແລ້ວ, ໃນການໂອ້ລົມທາງໂທລະສັບຄັ້ງນີ້, ປະທານາ ທິບໍດີ ອາມເລິກາ Barack Obama ໄດ້ສະແດງຄວາມວິຕົກກັງວົນຕໍ່ເລື່ອງລັດເຊຍ ໄດ້ຍືນມືເຂົ້າເຫດການດັ່ງຫ່າວ. ແຕ່ເຖິງຢ່າງໃດກໍ່ຕາມ, ທ່ານປະທານາທິບໍດີລັດເຊຍ V.Putin ໄດ້ປະຕິເສດ ແລະ ຖືວ່າ, ບັນດາຄຳກ່າວຫາດັ່ງຫ່າວແມ່ນອີງຕາມຂໍ້ມູນຂ່າວບໍ່ໜ້າເຊື່ອໝັ້ນ./.