ລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov
(ພາບ: EPA)
(vovworld) – ວັນທີ 26/2, ລັດເຊຍໄດ້ຮຽກຮ້ອງໃຫ້ອົງການປ້ອງກັນຄວາມສະຫງົບ ແລະ ການຮ່ວມມື ເອີລົບ (OSCE) ກ່າວປະນາມດ້ວຍວິທີຂ້ຽວຂາດທີ່ສຸດກ່ຽວກັບການເພີ່ມທະວີບັນດາລັກສະນະຂອງລັດທິຫົວຮຸນແຮງ ແລະ ລັດທິຟາດຊິດແບບໃໝ່ຢູ່ທາງທິດຕາເວັນຕົກ ຢູແກຼນ.
ຝ່າຍລັດເຊຍ ເນັ້ນໜັກສະພາບການຢູ່ ຢູແກຼນ ຕ້ອງມີສະຖຽນລະພາບຕາມກົດໝາຍ ແລະ ສິ່ງສຳຄັນກ່ວານັ້ນແມ່ນປະຊາຄົມໂລກຄວນຕີລາຄາພາວະວິໄສ. ລັດເຊຍ ໄດ້ຊີ້ແຈ້ງວ່າ: ທຸກຮູບການໜູນຊ່ວຍ, ນັບທັງຈາກຝ່າຍ OSCE, ລ້ວນແຕ່ຕ້ອງອີງໃສ່ຂໍ້ສະເໜີຂອງອຳນາດການປົກຄອງທີ່ຖືກຕ້ອງຕາມລັດຖະທຳມະນູນຂອງ ຢູແກຼນ ແລະ ຕ້ອງເຄົາລົບນັບຖືອະທິປະໄຕຂອງປະເທດນີ້. ຝ່າຍລັດເຊຍ ກໍ່ໃສ່ໃຈຜູ້ຕາງໜ້າ OSCE ກ່ຽວກັບບັນດາປະກົດການຂອງລັດທິຫົວຮຸນແຮງ ແລະ ລັດທິຟາດຊິດແບບໃໝ່ ທີ່ພວມມີສັນຍານເພີ່ມຂຶ້ນຢູ່ທິດຕາເວັນຕົກ ຢູແກຼນ, ໃນນັ້ນທັງມີຈຸດປະສົງຊອກຫາວິທີຈຳກັດສິດຜົນປະໂຫຍດ ແລະ ເຮັດໃຫ້ປະຊາຄົມບັນດາຜູ້ເວົ້າພາສາ ລັດເຊຍ ຢູ່ປະເທດນີ້ຕົກຢູ່ໂດດດຽວ.