ລັດເຊຍເນັ້ນໜັກເຖິງຄວາມຮຽກຮ້ອງຊຸກຍູ້ການເຈລະຈານິວເຄຼຍບັນລຸຄວາມຄືບໜ້າ
(ພາບປະກອບ: Reuters)
(vovworld) - ໃນສະພາບກຳນົດເວລາສຸດທ້າຍໃຫ້ຂໍ້ຕົກລົງຮອບດ້ານກ່ຽວກັບບັນຫານິວເຄຼຍຂອງອີຣານ ພວມໃກ້ຈະມາຮອດແລ້ວ, ນັກເຈລະຈານິວເຄຼຍຂອງລັດເຊຍ - ທ່ານລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດລັດເຊຍ Sergei Ryabkov ໃຫ້ຮູ້ວ່າ, ລະດັບຄວາມຄືບໜ້າໃນການເຈລະຈາລະຫວ່າງເຕເຣຣານ ແລະ ບັນດາປະເທດມະຫາອຳນາດພວມຊັກຊ້າລົງ. ສຳນັກຂ່າວສານ TASS ຂອງລັດເຊຍ ໄດ້ຄັດຄຳເວົ້າຂອງທ່ານ Ryabkov ໃຫ້ຮູ້ກ່ຽວກັບເນື້ອໃນຂອງການປຶກສາຫາລືໃນຮອບເຈລະຈາປະຈຸບັນລະຫວ່າງອີຣານ ແລະ ກຸ່ມ P5+1 (ເຊິ່ງລວມມີ ອາເມລິກາ, ອັງກິດ, ຝລັ່ງ, ຈີນ ແລະ ເຢຍລະມັນ) ພວມດຳເນີນໄປຢູ່ວຽນ, ປະເທດອົດສຕາລິດ ແມ່ນຄືກັນກັບຮອບເຈລະຈາຄັ້ງກ່ອນ, ຍັງຄົງແມ່ນບັນດາບັນຫາຍັງບໍ່ທັນໄດ້ຮັບການແກ້ໄຂ ແລະ ບັນດາບັນຫາທີ່ທຸກຝ່າຍຮູ້ແຈ້ງແລ້ວ…
ໃນຂະນະນັ້ນ, ທີ່ວໍຊິງຕັນ, ໂຄສົກກະຊວງການຕ່າງປະເທດອາເມລິກາ Jeffrey Rathke ຍ້ອມຮັບວ່າ, ວິວັດການເຈລະຈາພວມຢູ່ໃນໄລຍະສັບສົນ, ແຕ່ເຊື່ອໝັ້ນວ່າ ບັນດາຝ່າຍຈະບັນລຸໄດ້ຂໍ້ຕົກລົງຮອບດ້ານໃນວັນທີ 30/06 ຈະມາເຖິງ.