(vovworld) – ວັນທີ 14/6, ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel ໄດ້ສະແດງຄວາມວິຕົກວັງວົນກັບທ່ານປະທານາທິບໍດີ ລັດເຊຍ Vladimir Putin ກ່ຽວກັບເລື່ອງບັນດາຜູ້ແຫ່ຂະບວນທວງໃຫ້ຫັນເປັນສະຫະພັນຢູ່ພາກຕາເວັນອອກສ່ຽງໃຕ້ ຢູແກຼນ ໄດ້ຍິງເຮືອບິນຂົນສົ່ງຂອງກອງທັບ ຢູແກຼນ ເຮັດໃຫ້ທະຫານ 49 ຄົນເສຍຊີວິດໃນວັນທີ 14/6 ແລະ ຖືວ່າ: ເຫດການດັ່ງກ່າວຍິ່ງເຮັດໃຫ້ຄຳສັ່ງຢຸດຍິງມີຄວາມສຳຄັນກ່ວາອີກ. ຖະແຫຼງການຂອງລັດຖະບານ ເຢຍລະມັນ ໃຫ້ຮູ້ວ່າ: ທ່ານນາງ Merkel ແລະ ທ່ານປະທານາທິບໍດີ ຝຣັ່ງ Francois Hollande ໄດ້ໂອ້ລົມທາງໂທລະສັບກັບທ່ານ Putin ພາຍຫຼັງເຫດການດັ່ງກ່າວ, ໃນນັ້ນສະແດງຄວາມວິຕົກວັງວົນຕໍ່ເຫດການຍິງເຮືອບິນຕົກຢູ່ ຢູແກຼນ. ລັດຖະບານ ຝຣັ່ງ ກໍ່ໄດ້ “ເນັ້ນໜັກຄວາມສຳຄັນ” ຂອງຄຳສັ່ງຢຸດຍິງຢູ່ ຢູແກຼນ.