ລັດເຊຍແລະສ.ເກົາຫຼີຮຽກຮ້ອງປອດນິວເຄຼຍໃນແຫຼມເກົາຫຼີ
ທ່ານລັດຖະມົນຕີກະຊວງການຕ່າງປະເທດ ລັດເຊຍ Sergei Lavrov
(ພາບ: THX/TTXVN)
(vovworld) – ກ່າວຄຳເຫັນໃນການເຈລະຈາກັບລັດຖະມົນຕີການຕ່າງປະເທດ ສ. ເກົາຫຼີ ທ່ານ Yun Beung – se ໃນວັນທີ 13/6, ຢູ່ມົດສະກູ, ປະເທດລັດເຊຍ. ທ່ານລັດຖະມົນຕີກະຊວງການຕ່າງປະເທດ ລັດເຊຍ Sergei Lavrov ຖະແຫຼງວ່າ: 2 ປະເທດໄດ້ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາມຸ່ງໄປເຖິງຈຸດໝາຍປອດນິວເຄຼຍໃນແຫຼມ ເກົາຫຼີ ແລະ ທັງ ລັດເຊຍ ແລະ ສ. ເກົາຫຼີ ຈະບໍ່ຍອມຮັບເລື່ອງ ສປປ. ເກົາຫຼີ ອອກຖະແຫຼງການເອງວ່າ ແມ່ນປະເທດກຳມະສິດອາວຸດນິວເຄຼຍ. ທ່ານລັດຖະມົນຕີການຕ່າງປະເທດ Lavrov ເນັ້ນໜັກວ່າ: ລັດເຊຍ ຈະປະຕິບັດມະຕິເລກທີ 2270 ຂອງສະພາຄວາມໝັ້ນຄົງ ສປຊ ທີ່ໄດ້ຮັບຮອງເອົາເມື່ອເດືອນ 3 ຜ່ານມາຢ່າງຄົບຖ້ວນເພື່ອຄວບຄຸມໂຄງການນິວເຄຼຍ ແລະ ລູກສອນໄຟຂອງ ສປປ ເກົາຫຼີ. ທ່ານກໍ່ຖະແຫຼງວ່າ ບໍ່ຍອມຮັບເລື່ອງຫັນພາກພື້ນນີ້ເປັນພາກພື້ນປະທະກັນ, ຍ້ອນທຸກບັນຫາຈຳເປັນຕ້ອງໄດ້ຮັບການແກ້ໄຂໂດຍຜ່ານການເຈລະຈາ.
ການຢ້ຽມຢາມຂອງທ່ານ Yun Beung – se ແມ່ນການປະຕິບັດງານຄັ້ງທຳອິດຂອງລັດຖະມົນຕີການຕ່າງປະເທດ ສ. ເກົາຫຼີ ເຖິງລັດເຊຍ ໃນ 5 ປີຜ່ານມາ. ວົງການເຈົ້າໜ້າທີ່ ເຊີອູນ ຖືວ່ານີ້ແມ່ນກາລະໂອກາດເພື່ອບັນລຸໄດ້ບັນດາຄວາມມານະພະຍາຍາມທາງການທູດເພື່ອແນໃສ່ກໍ່ຄວາມກົດດັນໃຫ້ ພຽງຢາງ ຢຸດຕິໂຄງການນິວເຄຼຍຂອງປະເທດນີ້.