ທ່ານ Joko Widodo, ປະທານາທິບໍດີ ອິນໂດເນເຊຍ
(ພາບ: AFP)
(vovworld) – ວັນທີ 16/5, ທ່ານ Joko Widodo, ປະທານາທິບໍດີ ອິນໂດເນເຊຍ ຢັ້ງຢືນວ່າ: ກອງປະຊຸມຂັ້ນສູງ ອາຊຽນ - ລັດເຊຍ, ຄາດວ່າຈະຈັດຕັ້ງຢູ່ນະຄອນ Sochi, ປະເທດ ລັດເຊຍ, ໃນລະຫວ່າງວັນທີ 19 -20/5 ຈະມາເຖິງ, ຈະປະກອບສ່ວນເພີ່ມທະວີການພົວພັນຄູ່ຮ່ວມມືຮອບດ້ານ ແລະ ຂະຫຍັນຂັນເຄື່ອນລະຫວ່າງ ມົດສະກູ ແລະ ອາຊຽນ ກ່ວາອີກ, ກໍ່ຄືສ້າງເງື່ອນໄຂເພື່ອຍົກສູງການພົວພັນນີ້ຂຶ້ນສູ່ລະດັບສູງໃໝ່. ກ່າວຄຳເຫັນຕໍ່ສຳນັກຂ່າວສານ ລັດເຊຍ TASS, ທ່ານປະທານາທິບໍດີ ອິນໂດເນເຊຍ Widodo ເນັ້ນໜັກວ່າ: ມົດສະກູ ແມ່ນຄູ່ຮ່ວມມືຍຸດທະສາດຂອງທັງ ອິນໂດເນເຊຍ ແລະ ອາຊຽນ. ດັ່ງນັ້ນ, ທີ່ກອງປະຊຸມຈະມາເຖິງ, ບັນດາການນຳ ອາຊຽນ ແລະ ລັດເຊຍ ຈະປຶກສາຫາລືວິທີການເພີ່ມແນໃສ່ເພີ່ມທະວີການພົວພັນຮ່ວມມືລະຫວ່າງ 2 ຝ່າຍກ່ວາອີກ. ຕາມແຜນການແລ້ວ, ວັນທີ 18/5 ຈະມາເຖິງ, ທ່ານ Widodo ຈະໄປ ລັດເຊຍ ເພື່ອເຂົ້າຮ່ວມກອງປະຊຸມຂັ້ນສູງ ອາຊຽນ - ລັດເຊຍ ຢູ່ Sochi ແລະ ເຂົ້າຮ່ວມການເຈລະຈາ 2 ຝ່າຍກັບບັນດາຄູ່ຮ່ວມມືຫຼາຍຄັ້ງ.