(vovworld) – ຕອນເຊົ້າວັນທີ 29/09 (ຕາມເວລາຫວຽດນາມ), ປະທານນາທິບໍດີລັດເຊຍ Vladimir Putin ແລະ ປະທານາທິບໍດີອາເມລິກາ Barack Obama ໄດ້ມີການເຈລະຈາຢູ່ສຳນັກງານສະຫະປະຊາຊາດ, ທີ່ນິວຢອກ, ປະເທດອາເມລິກາ, ຢູ່ນອກກອງປະຊຸມຄັ້ງທີ 70 ຂອງສະມັດຊາໃຫຍ່ສະຫະປະຊາຊາດ. ກ່າວຄຳເຫັນພາຍຫຼັງການເຈລະຈາ, ທ່ານປະທານາທິບໍດີ Vladimir Putin ໃຫ້ຮູ້ວ່າ, 2 ຝ່າຍໄດ້ມີບັນດາທັດສະນະທີ່ຄ້າຍຄືກັນ ກ່ຽວກັບສະພາບການຢູ່ຢູແກຼນ ແລະ ພາກຕາເວັນອອກກາງ. ສິ້ນສຸດການເຈລະຈາທີ່ແກ່ຍາວເປັນເວລາເກືອບ 2 ຊົ່ວໂມງ, ທ່ານປະທານາທິບໍດີ Vladimir Putin ໃຫ້ຮູ້ວ່າ, 2 ຝ່າຍໄດ້ເຫັນດີຕໍ່ທັດສະນະທີ່ວ່າ ຕ້ອງເພີ່ມທະວີບັນດາຄວາມມານະພະຍາຍາມລວມ, ໃນນັ້ນມີການຮ່ວມມື 2 ຝ່າຍລະຫວ່າງລັດເຊຍ ແລະ ອາເມລິກາ, ພ້ອມທັງຈະສ້າງຕັ້ງກົນໄກໃຫ້ແກ່ການສົມທົບນີ້. ການນຳລັດເຊຍ ໄດ້ຕີລາຄາວ່າ, ການເຈລະຈາມີລັກສະນະເປີດອົກເປີດໃຈ ແລະ 2 ຝ່າຍສາມາດຮ່ວມມື ພ້ອມກັນແກ້ໄຂບັນດາບັນຫາລວມ ເຖິງວ່າຍັງມີຄວາມບໍ່ລົງລອຍກັນຫຼາຍຢ່າງ.