(vovworld) - ວັນທີ 23/04, ກ່າວຄຳເຫັນທາງໂທລະພາບ RT ຂອງລັດເຊຍ, ທ່ານລັດຖະມົນຕີການຕ່າງປະເທດລັດເຊຍ Sergei Lavrov ໄດ້ກ່າວຫາອາເມລິກາ “ຊີ້ນຳບັນດາເຫດການ” ຢູ່ ຢູແກຼນ. ທ່ານ Lavrov ເນັ້ນໜັກວ່າ ໃນໄລຍະທີ່ທ່ານຮອງປະທານາທິບໍດີອາເມລິກາ Joe Biden ຢ້ຽມຢາມ Kiev, ອຳນາດການປົກຄອງຊົ່ວຄາວຢູແກຼນ ໄດ້ຖະແຫຼງຟື້ນຟູອັນທີ່ເອີ້ນວ່າບັ້ນຮົບຕ້ານກໍ່ການຮ້າຍຢູ່ພາກຕາເວັນຕົກ - ພາກໃຕ້, ໂດຍບໍ່ຫົວຊາຕໍ່ຂໍ້ຕົກລົງໃນການພົບປະ 4 ຝ່າຍເມື່ອວັນທີ 17/04, ໂດຍຮຽກຮ້ອງຢຸດຕິບັນດາການໃຊ້ຄວາມຮຸນແຮງ ແລະ ການເກາະຜິດຢູ່ ຢູແກຼນ. ຜູ້ນຳໜ້າກະຊວງການຕ່າງປະເທດລັດເຊຍ ຢືນຢັນວ່າ ອຳນາດການປົກຄອງຊົ່ວຄາວຢູແກຼນ ບໍ່ປະຕິບັດຂໍ້ຕົກລົງ 4 ຝ່າຍຢູ່ເຊີແນວ ເພື່ອແນໃສ່ແກ້ໄຂຄວາມເຄັ່ງຕຶງຢູ່ ຢູແກຼນ. ແລະກໍ່ໃນວັນດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດ Sergei Lavrov ຖະແຫຼງວ່າ ມົດສກູ ຈະໂຕ້ຕອບຖືກຕາມກົດໝາຍສາກົນ ຖ້າຫາກບັນດາສິດຂອງພົນລະເມືອງຖືກນາບຂູ່ ແລະ ຜືນແຜ່ນດິນຂອງລັດເຊຍ ຖືກບຸກໂຈມຕີ. ທ່ານ Sergei Lavrov ກໍ່ຖືວ່າເລື່ອງ ຢູແກຼນ ສືບຕໍ່ດຳເນີນ ການເລືອກຕັ້ງປະທານາທິບໍດີ ໃນວັນທີ 25/05 ຈະມາເຖິງ ຫາກບໍ່ທາບທາມຄວາມເຫັນຂອງບັນດາຜູ້ມີສິດເລືອກຕັ້ງນິຍົມລັດເຊຍ ແມ່ນຈະສົ່ງຜົນສະທ້ອນບໍ່ດີເຖິງປະເທດນີ້.