ລັດເຊຍ ກ່າວເຕືອນອາດຈະຮັບຜົນຮ້າຍຢ່າງໜັກໜ່ວງຖ້າຫາກ ອາເມລິກາ ບຸກໂຈມຕີ ສປປ. ເກົາຫຼີ
ໂຄສົກກະຊວງການຕ່າງປະເທດ ລັດເຊຍ
ທ່ານນາງ Maria Zakharova
(ພາບອິນເຕີແນັດ)
(vovworld) - ສະພາບການຜັນແປໃນແຫຼມ ເກົາຫຼີ ພວມມີໄພຫັນປ່ຽນດ້ວຍຜົນຮ້າຍຢ່າງໜັກໜ່ວງ. ໂຄສົກກະຊວງການຕ່າງປະເທດ ລັດເຊຍ ທ່ານນາງ Maria Zakharova ໄດ້ຍົກອອກຄຳກ່າວເຕືອນທີ່ການປະຊຸມຂ່າວໃນວັນທີ 19/04. ທ່ານນາງ Maria Zakharova ຊີ້ແຈ້ງວ່າ: ອາເມລິກາ ແລະ ສປປ.ເກົາຫຼີ ພວມມີບັນດາຄຳເວົ້ານາບຂູ່ຈະບຸກໂຈມຕີກັນດ້ວຍອາວຸດລ້າງຜານ, ໃນຂະນະທີ່ບັນຫາດັ່ງກ່າວ ອາດຈະໄດ້ຮັບການແກ້ໄຂໂດຍຜ່ານການເຈລະຈາ ອີງໃສ່ພື້ນຖານກົດໝາຍສາກົນ, ປະຫວັດສາດ ແລະ ບົດຮຽນທີ່ມີຢູ່ແລ້ວ. ແລະໃນວັນດຽວກັນ, ຝ່າຍ ລັດເຊຍ ໄດ້ກີດຂວາງຄຳຖະແຫຼງຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ກ່າວປະນາມເຫດຍິງລູກສອນໄຟຄັ້ງລ້າສຸດຂອງ ສປປ.ເກົາຫຼີ. ໂດຍລະອຽດຄື ໃນຮ່າງຖະແຫຼງການສະບັບໃໝ່ ສະພາຄວາມໝັ້ນຄົງ ໄດ້ກ່າວເຕືອນອີກຄັ້ງໜຶ່ງ ຈະມີບັນດາມາດຕະການຢ່າງແຮງຕື່ມອີກ. ຮ່າງຖະແຫຼງການດັ່ງກ່າວ ໄດ້ຮຽກຮ້ອງ ສປປ.ເກົາຫຼີ ຢຸດຕິບັນດາການເຄື່ອນໄຫວທົດລອງນິວເຄຼຍ ແລະ ລູກສອນໄຟ. ເຖິງຢ່າງໃດກໍ່ຕາມ ຝ່າຍ ລັດເຊຍ ຫວັງວ່າ ຖະແຫຼງການດັ່ງກ່າວ ຈະເນັ້ນໜັກເຖິງຄວາມຈຳເປັນ ຕ້ອງບັນລຸໄດ້ມາດຕະການໂດຍຜ່ານການເຈລະຈາ.