ລັດເຊຍ ຄັດຄ້ານຄໍາສັ່ງລົງໂທດຂອງ ອີຢູ

(VOVWORLD) -ນັກສືບລັບ ລັດເຊຍ ສອງຄົນ ແລະ ການນໍາ GRU ຕ້ອງຮັບຜິດຊອບເລື່ອງ “ກໍາມະສິດ, ຂົນສົ່ງ ແລະ ນໍາໃຊ້” ສານພິດທໍາລາຍປະສາດ ທີ່ໄດ້ນໍາໃຊ້ໃນເຫດບຸກໂຈມຕີ ຢູ່ Salisbury, ອັງກິດ ໃນເດືອນ ມີນາ 2018.
ລັດເຊຍ ຄັດຄ້ານຄໍາສັ່ງລົງໂທດຂອງ ອີຢູ - ảnh 1ທ່ານ Dmistry Peskov ໂຄສົກວັງ Kremlin (ພາບ:  AFP/TTXVN)

ວັນທີ 21 ມັງກອນ, ວັງ Kremlin ຖືວ່າ ບັນດາຄໍາສັ່ງລົງໂທດຂອງ ສະຫະພາບເອີຣົບ (ອີຢູ) ແນໃສ່ພົນລະເມືອງລັດເຊຍ 02 ຄົນ ເຊິ່ງອັງກິດ ກ່າວຫາ ໄດ້ວາງຢາເບື່ອໃສ່ ນັກສືບລັດເຊຍ  Sergei Skripal ແລະ ລູກສາວຂອງຕົນ ແມ່ນການກະທໍາທີ່ຫຍໍ້ທໍ້ ແລະ ບໍ່ນໍາມາເຊິ່ງຜົນປະໂຫຍດ. ກ່າວຄໍາເຫັນຕໍ່ວົງການນັກຂ່າວ, ທ່ານ Dmistry Peskov ໂຄສົກວັງ Kremlin ຊີ້ແຈ້ງວ່າ ອັງກິດ ຍັງບໍ່ທັນໄດ້ສົ່ງຫຼັກຖານ ຕ້ານຄືນບຸກຄົນດັ່ງກ່າວ. ເພາະສະນັ້ນ, ການກ່າວຫາ ແນໃສ່ເຂົາເຈົ້າ ຍັງບໍ່ທັນໄດ້ຮັບການພິສູດ.

        ກ່ອນໜ້ານັ້ນ, ອີຢູ ໄດ້ຈັດວາງຄໍາສັ່ງລົງໂທດກ່ຽວກັບ ອາວຸດເຄມີ ສໍາລັບເຈົ້າໜ້າທີ່ລັດເຊຍ ແລະ ຊີຣີ 9 ຄົນ, ໃນນັ້ນ ມີການນໍາອົງການລາຊະການລັບລັດເຊຍ 02 ຄົນ (GRU). ອີຢູເນັ້ນໜັກວ່າ ນັກສືບລັບ ລັດເຊຍ ສອງຄົນ ແລະ ການນໍາ GRU ຕ້ອງຮັບຜິດຊອບເລື່ອງ “ກໍາມະສິດ, ຂົນສົ່ງ ແລະ ນໍາໃຊ້” ສານພິດທໍາລາຍປະສາດ ທີ່ໄດ້ນໍາໃຊ້ໃນເຫດບຸກໂຈມຕີ ຢູ່ Salisbury, ອັງກິດ ໃນເດືອນ ມີນາ 2018.


ຕອບກັບ

ຂ່າວ/ບົດ​ອື່ນ