( vovworld ) – ວັນທີ 4/6, ລັດເຊຍ ໄດ້ເລີ່ມຕົ້ນການຊ້ອມຮົບຂະໜາດໃຫ່ຍ ຢູ່ເຂດ Primorye ຊື່ງແມ່ນພາກສ່ວນໜື່ງໃນວຽກງານກະກຽມປ້ອງກັນຄວາມສະຫງົບ ຮັບໃຊ້ໃຫ້ແກ່ກອງປະຊຸມຂັ້ນສູງ ເວທີປາໄສຮ່ວມມືເສດຖະກິດອາຊີ-ປາຊີຟິກ (APEC) ຊຶ່ງຈະຈັດຂຶ້ນຢູ່ນະຄອນ Vladivostok ໃນເດືອນກັນຍາທີ່ຈະມາເຖິງ. ທຸກໆພາຫະນະ ແລະ ກຳລັງຂອງອົງການກຳລັງແຮງ ກໍຄືບັນດາຄະນະ ຂະແໜງການໃນເຂດ Primorye ໄດ້ຮັບການປຸກລະດົມເຂົ້າຮ່ວມການຊ້ອມຮົບ ເພື່ອແນໃສ່ສະກັດກັ້ນບັນດາການກະທຳກໍ່ການຮ້າຍທີ່ໄດ້ກໍ່ຜົນສະທ້ອນເຖິງກອງປະຊຸມຂັ້ນສູງ APEC ຊື່ງໄດ້ຖືກຈັດຂຶ້ນຢູ່ປະເທດລັດເຊຍ ເປັນຄັ້ງທຳອິດ. ຕາມແຫຼ່ງຂ່າວຈາກອົງການປ້ອງກັນຄວາມສະຫງົບລັດເຊຍ ແລ້ວ, ສະຖານທີ່ຈຳນວນໜື່ງຢູ່ເຂດ Primorye ສາມາດນຳໃຊ້ບັນດາມາດຕະການຈຳກັດຍານພາຫະນະສັນຈອນໄປມາ ແລະ ກວດບັດປະຈຳຕົວ, ພ້ອມທັງຮຽກຮ້ອງໃຫ້ຊາວທ້ອງຖິ່ນຕ້ອງຍົກສູງສະຕິລະວັງຕົວ ແລະ ຊ່ວຍເຫຼືອບັນດາອົງການປົກປ້ອງກົດໝາຍໃນໄລຍະດຳເນີນກອງປະຊຸມ