(vovworld) – ໃນການພົບປະຢູ່ນອກກອງປະຊຸມຂັ້ນສູງເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC), ຢູ່ ອິນໂດເນເຊຍ, ວັນທີ 7/10, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ແລະ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ເຫັນດີເປັນເອກະສັນມານະພະຍາຍາມບັນລຸຄວາມຄືບໜ້າໃນການເຈລະຈາກ່ຽວກັບຜືນແຜ່ນດິນລະຫວ່າງ 2 ປະເທດ, ເຊິ່ງບໍ່ອາດເຊັນສົນທິສັນຍາສັນຕິພາບພາຍຫຼັງສົງຄາມໂລກຄັ້ງທີ 2 ໄດ້ຍ້ອນການພິດພາດທີ່ກ່ຽວຂ້ອງເຖິງໝູ່ເກາະ Kuril ໃຕ້ ໂດຍມົດສະກູ ຄວບຄຸມ, ແຕ່ໂຕກຽວກໍ່ຖະແຫຼງອະທິປະໄຕ ແລະ ເອີ້ນວ່ານີ້ແມ່ນເຂດດິນແດນທາງທິດເໜືອ. ຕາມເຈົ້າໜ້າທີ່ ຍີ່ປຸ່ນ ແລ້ວ, ທ່ານນາຍົກລັດຖະມົນຕີ Abe ເວົ້າກັບການນຳ ລັດເຊຍ ວ່າ: ທ່ານຢາກອອກຄຳສັ່ງກັບບັນດາລັດຖະມົນຕີຂອງຕົນ “ເພີ່ມທະວີການພົວພັນລະຫວ່າງ ຍີ່ປຸ່ນ - ລັດເຊຍ”. ທ່ານ Abe ຢືນຢັນວ່າ: ກອງປະຊຸມຂັ້ນນັກວິຊາການຄັ້ງຕໍ່ໄປລະຫວ່າງ 2 ຝ່າຍຈະໄດ້ຮັບການຈັດຕັ້ງໃນໄວໆນີ້.
ທ່ານປະທານາທິບໍດີ Putin ເນັ້ນໜັກວ່າ: “ລັດເຊຍ ຢາກປຶກສາຫາລືບັນຫານີ້ຢ່າງເຖິງຖອງທີ່ກອງປະຊຸມ 2 +2 ໃນເດືອນ 11”.