ລັດເຊຍ: ປະທານາທິບໍດີ Putin ສະເໜີແຕ່ງຕັ້ງທ່ານ D.Medvedev ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ ອາຍຸການໃໝ່

(VOVWORLD) - ແຈ້ງການຂອງວັງ Kremlin ໄດ້ຊີ້ແຈ້ງວ່າຕາມລັດຖະທຳມະນູນຂອງສະຫະພັນລັດເຊຍແລ້ວ, ປະທານາທິບໍດີສະເໜີແຕ່ງຕັ້ງທ່ານ Dmitry Medvedev ເປັນນາຍົກລັດຖະມົນຕີ ລັດຖະບານສະຫະພັນລັດເຊຍ

ລັດເຊຍ: ປະທານາທິບໍດີ Putin ສະເໜີແຕ່ງຕັ້ງທ່ານ D.Medvedev ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ ອາຍຸການໃໝ່ - ảnh 1ທ່ານ Dmitry Medvedev

(ພາບ: AFP/TTXVN)

ວັນທີ 7 ພຶດສະພາ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ສະເໜີແຕ່ງຕັ້ງທ່ານ Dmitry Medvedev ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ ປະເທດນີ້ໃນອາຍຸການໃຫມ່. ແຈ້ງການຂອງວັງ Kremlin ໄດ້ຊີ້ແຈ້ງວ່າຕາມລັດຖະທຳມະນູນຂອງສະຫະພັນລັດເຊຍແລ້ວ, ປະທານາທິບໍດີສະເໜີແຕ່ງຕັ້ງທ່ານ Dmitry Medvedev ເປັນນາຍົກລັດຖະມົນຕີ ລັດຖະບານສະຫະພັນລັດເຊຍ ເພື່ອໃຫ້ Duma ແຫ່ງຊາດ (ສະພາຕ່ຳ ລັດເຊຍ) ຮັບຮອງເອົາ.

        ແລະກໍ່ໃນວັນດຽວກັນ, ນາຍົກລັດຖະມົນຕີ ທີ່ໄດ້ຮັບການສະເໜີແຕ່ງຕັ້ງ Dmitry Medvedev ໄດ້ປະກາດການສະເໜີແຕ່ງຕັ້ງຜູ້ດຳລົງຕຳແໜ່ງຮອງນາຍົກລັດຖະມົນຕີ ໃນຄະນະລັດຖະບານໃໝ່ໃນວາລະປະຊຸມຂອງສະພາແຫ່ງຊາດ ສະຫະພັນລັດເຊຍ. ທ່ານ Dmitry Medvedev ສະເໜີແຕ່ງຕັ້ງທ່ານ Vitaly Mutko ເປັນຮອງນາຍົກລັດຖະມົນຕີຮັບຜິດຊອບບັນຫາກໍ່ສ້າງ, ທ່ານນາງ Olga Golodets ເປັນຮອງນາຍົກລັດຖະມົນຕີ ຮັບຜິດຊອບບັນຫາກິລາ , ຮອງລັດຖະມົນຕີກະຊວງປ້ອງກັນປະເທດ Yuri Borisov, ເປັນຮອງນາຍົກລັດຖະມົນຕີ ຮັບຜິດຊອບອຸດສາຫະກຳປ້ອງກັນຊາດ. ຄຽງຄູ່ກັນນັ້ນ, ທ່ານ Dmitry Medvedev ກໍ່ໄດ້ສະເໜີທ່ານລັດຖະມົນຕີກະຊວງການເງິນ Anton Siluanov ຮັກສາຕຳແໜ່ງປະຈຸບັນ ແລະ ທັງຮັບຜິດຊອບໜ້າທີ່ໃໝ່ນັ້ນແມ່ນຮອງນາຍົກລັດຖະມົນຕີຜູ້ທີໜຶ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ