ລັດ​ເຊຍ ພວມ​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ເພື່ອ​ໃຫ້​ການ​ປະ​ທະ​ກັນ​ຢູ່ Nagorno – Karabakh ສິ້ນ​ສຸດ​ລົງ​ໂດຍ​ໄວ

(VOVWORLD) -ມົດສະກູ ພວມຕິດຕໍ່ກັບທັງສອງຝ່າຍທີ່ປະທະກັນ ແລະ ທ່ານຫວັງວ່າ ອາດຈະບັນລຸໄດ້ໝາກຜົນທີ່ເໝາະສົມສຳລັບປະຊາຊົນທຸກຄົນທີ່ພວມດຳລົງຊີວິດຢູ່ເຂດນີ້ ດ້ວຍສັນຕິວິທີ.
ລັດ​ເຊຍ ພວມ​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ເພື່ອ​ໃຫ້​ການ​ປະ​ທະ​ກັນ​ຢູ່ Nagorno – Karabakh ສິ້ນ​ສຸດ​ລົງ​ໂດຍ​ໄວ - ảnh 1 ທ່ານປະທານາທິບໍດີ ລັດເຊຍ V.Putin (ພາບ: eadaily.com)

ວັນທີ 04 ພະຈິກ, ກ່າວຄຳເຫັນທີ່ການພົບປະກັບຜູ້ຕາງໜ້າບັນດາອົງການສາສະໜາ ເນື່ອງໃນໂອກາດວັນໂຮມປະເທດຊາດເປັນເອກະພາບແຫ່ງຊາດ, ທ່ານປະທານາທິບໍດີ ລັດເຊຍ V.Putin ຖະແຫຼງວ່າ ລັດເຊຍ ພວມເຮັດທຸກສິ່ງທຸກຢ່າງເພື່ອໃຫ້ການປະທະກັນຢູ່ Nagorno – Karabakh ສິ້ນສຸດໂດຍໄວ ແລະ ຍິ່ງໄວກໍຍິ່ງດີ ເພື່ອກອບກູ້ເອົາຊີວິດປະຊາຊົນທີ່ພວມດຳລົງຊີວິດຢູ່ສະພາບບໍ່ມີຄວາມປອດໄພດັ່ງກ່າວ.  ທ່ານປະທານາທິບໍດີ ລັດເຊຍ ຖືວ່າ ມົດສະກູ ພວມຕິດຕໍ່ກັບທັງສອງຝ່າຍທີ່ປະທະກັນ ແລະ ທ່ານຫວັງວ່າ ອາດຈະບັນລຸໄດ້ໝາກຜົນທີ່ເໝາະສົມສຳລັບປະຊາຊົນທຸກຄົນທີ່ພວມດຳລົງຊີວິດຢູ່ເຂດນີ້ ດ້ວຍສັນຕິວິທີ.

        ກ່ອນໜ້ານັ້ນ, ໃນວັນທີ 01 ແລະວັນທີ 02 ພະຈິກ ຜ່ານມາ, ການນຳ ລັດເຊຍ ກໍໄດ້ມີການເຈລະຈາທາງໂທລະສັບກັບທ່ານ Ilham Aliev ປະທານາທິບໍດີ ອາແຊັກໄບຊານ ແລະ ທ່ານນາຍົກລັດຖະມົນຕີ ອາກເມເນຍ Nikol Pashynian  ເພື່ອປຶກສາຫາລືຢ່າງລະອຽດ ກ່ຽວກັບບັນດາບັນຫາເພື່ອແກ້ໄຂການປະທະກັນຢູ່ Nagorno – Karabakh.

ແອັງຕູ໊ - ນັກຂ່າວ VOV ປະຈຳ ມົດສະກູ.

ຕອບກັບ

ຂ່າວ/ບົດ​ອື່ນ