ລັດ​ເຊຍ ຢັ້ງ​ຢືນສືບ​ຕໍ່​ສະ​ໜອງ​ອາຍ​ແກັດ​ໃຫ້​ແກ່​ເຊັກ​ບີ

(VOVWORLD) -ການນຳເຊັກບີ Aleksandar Vucic ໄດ້ເນັ້ນໜັກວ່າ Belgrade ບໍ່ມີທາງເລືອກອື່ນເພື່ອທົດແທນແຫຼ່ງສະໜອງອາຍແກັດທຳມະຊາດຂອງລັດເຊຍ. ເ
ລັດ​ເຊຍ ຢັ້ງ​ຢືນສືບ​ຕໍ່​ສະ​ໜອງ​ອາຍ​ແກັດ​ໃຫ້​ແກ່​ເຊັກ​ບີ - ảnh 1ພາບປະກອບ: TTXVN

ວັງ Kremlin ໄດ້ປະກາດວ່າ, ທີ່ການເຈລະຈາທາງໂທລະສັບ ໄດ້ດຳເນີນໃນວັນທີ 29 ພຶດສະພາ, ທ່ານປະທານາທິບໍດີ ລັດເຊຍ Valdimir Putin ແລະ ຄູ່ຕຳແໜ່ງເຊັກບີ Aleksandar Vucic ໄດ້ເຫັນດີເປັນເອກະພາບວ່າ ລັດເຊຍຈະສືບຕໍ່ສະໜອງອາຍແກັດທຳມະຊາດ ໃຫ້ແກ່ເຊັກບີ ແລະ ສອງປະເທດຈະຊຸກຍູ້ການພົວພັນຄູ່ຮ່ວມມື. ຕາມວັງ Kremlin ແລ້ວ, ການນຳສອງທ່ານກໍ່ໄດ້ປຶກສາຫາລື ກ່ຽວກັບບັນຫາຢູແກຼນ ແລະ Kosovo.

ການນຳເຊັກບີ Aleksandar Vucic ໄດ້ເນັ້ນໜັກວ່າ Belgrade ບໍ່ມີທາງເລືອກອື່ນເພື່ອທົດແທນແຫຼ່ງສະໜອງອາຍແກັດທຳມະຊາດຂອງລັດເຊຍ. ເຖິງວ່າພວມມານະພະຍາຍາມເຂົ້າຮ່ວມ ສະຫະພາບເອີລົບ, ແຕ່ ເຊັກບີກໍ່ພວມເພີ່ມທະວີການພົວພັນດ້ານການເມືອງ, ເສດຖະກິດ ແລະ ການທະຫານກັບລັດເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ