ລັດເຊຍ: ສປປ.ເກົາຫຼີ ກຽມພ້ອມຍິງທົດລອງ ICBM

(VOVWORLD) - ວັນທີ 09 ຕຸລາ, ທ່ານ Anton Morozov ສະມາຊິກສະພາຕ່ຳ ລັດເຊຍ ປະກາດວ່າ: ສປປ.ເກົາຫຼີ ພວມກະກຽມຍິງທົດລອງລູກສອນໄຟນຳວິຖີຂ້າມທະວີບ (ICBM) ປະເພດຍທີ່ກ້າວໜ້າ ສາມາດບິນໄດ້ໄກກ່ວາ. 
ລັດເຊຍ: ສປປ.ເກົາຫຼີ ກຽມພ້ອມຍິງທົດລອງ ICBM - ảnh 1(ພາບປະກອບ/YONHAP/ TTXVN) 

ໃນການສຳພາດຕໍ່ນັກຂ່າວຜ່ານໂທລະສັບ, ທ່ານ Anton Morozov ສະມາຊິກສະພາຕ່ຳ ຫາກໍ່ໄປຢ້ຽມຢາມ ພຽງຢາງ ເປັນເວລາ 5 ວັນ ໃຫ້ຮູ້ວ່າ: ປະທານຄະນະປະທານສະພາປະຊາຊົນສູງສຸດຂອງ ສປປ.ເກົາຫຼີ Kim Yong Nam ລົມກັນກັບທ່ານກ່ຽວກັບປະເພດ ແລະ ໄລຍະຍິງຂອງລູກສອນໄຟ ຊຶ່ງປະເທດນີ້ ກະກຽມຍິງທົດລອງ. ຕາມທ່ານ Anton Morozov ໃຫ້ຮູ້ວ່າ: ສປປ.ເກົາຫຼີ ອາດຈະຍິງລູກສອນໄຟໃນວັນທີ 10 ຕຸລາ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງພັກແຮງງານ ສປປ.ເກົາຫຼີ.

        ໃນຂະນະນັ້ນ, ວັນທີ 9 ຕຸລາ, ແຫຼ່ງຂ່າວຈາກກອງທັບ ສ.ເກົາຫຼີ ໃຫ້ຮູ້ວ່າ: ຍັງບໍ່ທັນມີສັນຍານໃດໆທີ່ໃຫ້ເຫັນວ່າ ສປປ.ເກົາຫຼີ ໃກ້ຈະມີການກະທຳ ທີ່ເຮັດໃຫ້ຄວາມເຄັ່ງຕຶງເພີ່ມຂຶ້ນ ກ່ອນທີ່ດຳເນີນພິທີສະເຫຼີມສະຫຼອງວັນທີ 10 ຕຸລາ.

ຕອບກັບ

ຂ່າວ/ບົດ​ອື່ນ