(vovworld) – ທີ່ການພົບປະດຳເນີນໄປຢູ່ ເຊີແນວ, ປະເທດ ສະວິດ ໃນວັນທີ 13/9, ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ John Kerry ແລະ ທູດພິເສດສະຫະປະຊາຊາດ - ສະຫະລັດ ອາຣັບ, ທ່ານ Lakhdar Brahimi ໄດ້ເຫັນດີເປັນເອກະສັນໂດຍຖືວ່າ: ມີພຽງມາດຕະການການເມືອງຢ່າງດຽວ ອາດສາມາດຢຸດຕິສະພາບການວຸ້ນວາຍຢູ່ ຊີຣີ ໄດ້ເທົ່ານັ້ນ. ທ່ານ Lavrov ແລະ ທ່ານ Kerry ສະແດງການສະໜັບສະໜູນໃຫ້ບັນດາຄວາມມານະພະຍາຍາມເຈລະຈາໃໝ່ ໃນສະພາບບັນດາຝ່າຍພວມປຶກສາຫາລື ກ່ຽວກັບແຜນການໂດຍ ລັດເຊຍ ສະເໜີ, ຕາມນັ້ນແລ້ວ, ຊີຣີ ຈະເຂົ້າຮ່ວມສົນທິສັນຍາເກືອດຫ້າມ ອາວຸດເຄມີ ແລະ ທຳລາຍສາງອາວຸດເຄມີພາຍໃຕ້ການຕິດຕາມກວດກາຂອງສາກົນ. ໃນຂະນະນັ້ນ, ສຳນັກຂ່າວສານ 2 ແຫ່ງຂອງລັດເຊຍຄື: ITARR – TASS ແລະ RIA – Novosti ລ້ວນແຕ່ຮັບຮູ້ວ່າ: ຕອນຄຳ່ວັນທີ 13/9, ການປຶກສາຫາລືລະຫວ່າງລັດຖະມົນຕີການຕ່າງປະເທດລັດເຊຍ ແລະ ອາເມລິກາ ບໍ່ທັນສິ້ນສຸດລົງ ແລະ ສືບຕໍ່ດຳເນີນໄປໃນວັນທີ 14/9 ຢູ່ ເຊີແນວ. ສ່ວນຕາມເຈົ້າໜ້າທີ່ ອາເມລິກາ ແລ້ວ, ປະຈຸບັນ, 2 ຝ່າຍບັນລຸໄດ້ຄວາມກ້າວໜ້າໃໝ່, ໃກ້ຈະບັນລຸໄດ້ຂໍ້ຕົກລົງກ່ຽວກັບຂອບຂະໜາດຂອງບັນດາສາງອາວຸດເຄມີຢູ່ ຊີຣີ.