(vovworld) - ກອງປະຊຸມ “ຄູ່ເຈລະຈາຊົນຊາດຊີຣີ” ດ້ວຍເປົ້າໝາຍແກ້ໄຂການປະທະກັນດ້ວຍສັນຕິວິທີ ຖືກໄຂຂຶ້ນໃນວັນທີ 18/11 ຢູ່ນະຄອນຫຼວງ Tehran ຂອງ ອີຣານ. ທີ່ກອງປະຊຸມ, ທ່ານລັດຖະມົນຕີການຕ່າງປະເທດອີຣານ Ali Akbar Salehi ເນັ້ນໜັກວ່າ ດ້ວຍຄຳຂວັນ “ບໍ່ມີການໃຊ້ຄວາມຮຸນແຮງ ມີພຽງແຕ່ປະຊາທິປະໄຕ”, ກອງປະຊຸມຖືກຖືວ່າ ແມ່ນບາດກ້າວສຳຄັນໃນການແກ້ໄຂວິກິດການໃນປະຈຸບັນຢູ່ຊີຣີ. ທ່ານໄດ້ຖະແຫຼງວ່າ ຂໍ້ລິເລີມຂອງອີຣານ, ດ້ວຍຈຸດສຸມແມ່ນການເຈລະຈາ ແລະ ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງປະຊາຊົນຊີຣີ, ແມ່ນການໂຕ້ຕອບຢ່າງແຮງ ກັບບັນດາແຜນການແຊກແຊງຂອງຕ່າງປະເທດ ກໍຄືສຳລັບການກະທຳຂອງກຸ່ມກຳລັງປະກອບອາວຸດບໍ່ມີຄວາມຮັບຜິດຊອບ ໄດ້ເຮັດໃຫ້ສາມັນຊົນຫຼາຍຄົນເສຍຊີວິດ ແລະ ທຳລາຍພື້ນຖານອະລິຍະທຳທີ່ມີມາແຕ່ດົນນານຂອງຊີຣີ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດລັດເຊຍ ປະຈຳອີຣານ Leon Jagarian ໄດ້ຢືນຢັນວ່າ ຍາມໃດ ມົດສະກູ ກໍຮຽກຮ້ອງໃຫ້ບັນດາຝ່າຍຢູ່ຊີຣີ ດຳເນີນການເຈລະຈາຊົນຊາດ ເພື່ອຍູ້ແຮງບັນດາຄວາມມານະພະຍາຍາມດ້ານການເມືອງແນໃສ່ແກ້ໄຂວິກິດການ. ຝ່າຍລັດເຊຍ ກໍສະແດງຄວາມວິຕົກກັງວົນກ່ຽວກັບສະພາບການຢູ່ຊີຣີ ນັບມື້ນັບຊົ່ວຮ້າຍລົງ ແລະ ສືບຕໍ່ແຜ່ລາມອອກຢູ່ສູ່ຫຼາຍເຂດໃນປະເທດນີ້. ທ່ານເອກອັກຄະລັດຖະທູດ Jagarian ໃຫ້ຮູ້ວ່າ ບັນດາກຸ່ມປະກອບອາວຸດໄດ້ປະກອບສ່ວນເຮັດໃຫ້ສະພາບການຢູ່ປະເທດອາຣັບ ນີ້ຊົ່ວຮ້າຍລົງ. ສະພາຄວາມໝັ້ນຄົງສະຫະປະຊາຊາດ ຄວນຍົກອອກຫຼັກໝັ້ນທີ່ແຂງແຮງສຳຫຼັບບັນດາການກະທຳກໍການຮ້າຍຢູ່ຊີຣີ.